KIH VIENTIANE

ຂໍ້ມູນ & ຂ່າວສານ

ໃນວັນທີ 25 ຕຸລາ 2024 ທີ່ຜ່ານມາ ໂຮງໝໍກະເສມຣາດ ອິນເຕີຣ໌ເນຊັ່ນແນລ ວຽງຈັນ ໄດ້ຈັດອົບຮົມກູ້ຊີບກູ້ໄພຂັ້ນພື້ນຖານ (Basic Life Support- BLS) ໃຫ້ກັບອາສາສະໝັກກູ້ໄພ ໄດ້ຮັບກຽດຈາກທ່ານ ດຣ ຈັກກະພັນ ພົງສະຖຽນ ຜູ້ອຳນວຍການໂຮງໝໍກະເສມຣາດ ອິນເຕີຣ໌ເນຊັ່ນແນລ ວຽງຈັນ ກ່າວເປີດງານ ແລະ ວິທະຍາກອນນຳໂດຍ ທ່ານ ດຣ ປິຍະວະດີ ໄຊຊານພິມົນ ແລະ ພະຍາບານຜູ້ຊ່ຽວຊານ ບັນຍາກາດເຕັມໄປດ້ວຍຄວາມມ່ວນຊື່ນ ທາງໂຮງໝໍຍິນດີຢ່າງຍິ່ງທີ່ໄດ້ມີສ່ວນຮ່ວມຊ່ວຍເຫຼືອສັງຄົມໃນຄັ້ງນີ້ມີຜູ້ເຂົ້າຮ່ວມຝຶກອົບຮົມ 80 ຄົນ?
ການຝຶກອົບຮົມນີ້ມີຫົວຂໍ້ສຳຄັນໄດ້ແກ່:ການຊ່ວຍຊີວິດຂັ້ນພື້ນຖານ (BLS)
?ການໃຊ້ເຄື່ອງກະຕຸ້ນຫົວໃຈໄຟຟ້າອັດຕະໂນມັດ (AED)
?ການຊ່ວຍຜູ້ທີ່ສະໝັກອາຫານອຸດຕັນທາງເດີນຫາຍໃຈ (Choking)
?ການປະຖົມພະຍາບານເບື້ອງຕົ້ນ (First Aid)
ເພື່ອພັດທະນາສັກກະຍະພາບການຊ່ວຍຊີວິດຂັ້ນພື້ນຖານເມື່ອມີສະຖານະການທີ່ຈຳເປັນຕ້ອງການທີ່ການຊ່ວຍຊີວິດໃນກໍລະນີສຸກເສີນ ສົ່ງຜົນຕໍ່ການຟື້ນຄືນຊີບຂອງຜູ້ປະສົບເຫດ ແລະ ຄວາມປອດໄພ ທີ່ ຫ້ອງປະຊຸມຊັ້ນ 3 ໂຮງໝໍກະເສມຣາດ ອິນເຕີຣ໌ເນຊັ່ນແນລ ວຽງຈັນ
Image
Image
Image
Image
Image
Image