ຄລີນິກສັນຍະກຳ (ຜ່າຕັດ)
ໂຮງໝໍກະເສມຮາດ ອິນເຕີຣ໌ເນຊັ່ນແນລ ວຽງຈັນ

ຄລີນິກສັນຍະກຳ (ຜ່າຕັດ) ທີ່ໂຮງໝໍກະເສມຮາດ ອິນເຕີຣ໌ເນຊັ່ນແນລ ວຽງຈັນ ໃຫ້ບໍລິການແກ່ຄົນເຈັບທີ່ຕ້ອງການຮັບການຮັກສາດ້ວຍວິທີການຜ່າຕັດໂດຍທາງພະແນກຂອງພວກເຮົາມີທີມແພດສະເພາະທາງ ແລະ ທີມບຸກຄະລາກອນທາງການແພດຜູ້ຊ່ຽວຊານ ພ້ອມດ້ວຍອຸປະກອນເຄື່ອງມືທາງການແພດທີ່ມີຄຸນນະພາບເພື່ອຄວາມປອດໄພໃນການດູແລ ແລະ ຮັກສາຄົນເຈັບໂດຍທີມຂອງພວກເຮົາພ້ອມໃຫ້ບໍລິການທັ້ງຄົນເຈັບທີ່ຕ້ອງການຮັບການຜ່າຕັດໃນກໍລະນີທີ່ສຸກເສີນ ແລະ ກໍລະນີທົ່ວໄປ.
ບໍລິການກວດວິນິດໄສ ແລະ ບໍລິການດ້ານການດູແລຮັກສາ
01
ການຜ່າຕັດຕ່ອມໄທຣອຍ
02
ການຜ່າຕັດໄສ້ຕີ່ງ
03
ການຜ່າຕັດເຕົ້ານົມ
04
ການຜ່າຕັດລຳໄສ້ໃຫຍ່ ດ້ວຍວິທີການສ່ອງກ້ອງ ແລະ ດ້ວຍວິທີການຜ່າຕັດແບບເປີດ
05
ການສ່ອງກ້ອງເພື່ອກວດວິນິດໄສລະບົບທາງເດີນອາຫານສ່ວນກົກ
06
ການຜ່າຕັດຖົງນ້ຳບີດ້ວຍວິທີການສ່ອງກ້ອງ
07
ການຜ່າຕັດລີດສີດວງ
08
ການຜ່າຕັດຄົນເຈັບທີ່ມີອາການໄສ້ເລື່ອນ ດ້ວຍວິທີການສ່ອງກ້ອງ ແລະ ດ້ວຍວິທີການຜ່າຕັດແບບເປີດ
09
ການຜ່າຕັດເພື່ອເຮັດການຮັກສາຜູ້ທີ່ມີອາການເສັ້ນເລືອດຂອດ
10
ການຜ່າຕັດປ່ຽນໄຂ່ຫຼັງ, ຕັບອ່ອນ ແລະ ຕັບ ລວມໄປເຖິງການຜ່າຕັດຊ່ອງທ້ອງເພື່ອເຮັດການຮັກສາຜູ້ທີ່ມີອາການຜິດປົກກະຕິຢູ່ພາຍໃນທ້ອງ
11
ການຜ່າຕັດເພື່ອເຮັດການຮັກສາຜູ້ທີ່ໄດ້ຮັບບາດເຈັບບໍລິເວນຊ່ອງທ້ອງ ແລະ ໜ້າເອີກ
12
ການກວດວິນິດໄສ ແລະ ການປະເມີນອາການເບື້ອງຕົ້ນໃນຜູ້ທີ່ມີພາວະເສັ້ນເລືອດແດງສ່ວນປາຍຕີບ ຫຼື ອຸດຕັນ
13
ການກວດວິນິດໄສ, ການດູແລຮັກສາ ແລະ ການຜ່າຕັດທົ່ວໄປສຳຫຼັບເດັກ
14
ການຜ່າຕັດກະດູກສັນຫຼັງ
15
ການຜ່າຕັດສະໝອງ ແລະ ລະບົບປະສາດ
16
ການຜ່າຕັດເຮັດໝັນຊາຍ
17
ການຜ່າຕັດກະເພາະອາຫານເພື່ອລົດນ້ຳໜັກ
18
ການໃສ່ບອນລູນກະເພາະອາຫານ
ສະຖານທີ່ໃຫ້ບໍລິການ ແລະ ອຸປະກອນທາງການແພດ
01
ຫ້ອງຜ່າຕັດທີ່ພ້ອມດ້ວຍອຸປະກອນເຄື່ອງມືທາງການແພດ ຈຳນວນ 3 ຫ້ອງ (ສາມາດຂະຫຍາຍ ຫຼື ເພີ່ມເຕີມໃຫ້ໄດ້ເຖິງ 6 ຫ້ອງ) ດ້ວຍການຄວບຄຸມສະພາບແວດລ້ອມເພື່ອໃຫ້ຄວາມປອດໄພກັບຄົນເຈັບໃນລະຫວ່າງການກວດວິນິດໄສ, ລະຫວ່າງການຜ່າຕັດ ແລະ ລະຫວ່າງການຮັກສາຫຼັງການຜ່າຕັດ.
02
ຫ້ອງຜ່າຕັດໃນການຮອງຮັບຄົນເຈັບປະກອບມີ 2 ແບບຄື:  1. ຫ້ອງຜ່າຕັດແບບຕ້ອງນອນຮັກສາໂຕຢູ່ທີ່ໂຮງໝໍ. 2. ຫ້ອງຜ່າຕັດສຳຫຼັບການຜ່າຕັດແບບບໍ່ຕ້ອງນອນຮັກສາໂຕຢູ່ທີ່ໂຮງໝໍ ກໍ່ຄືຄົນເຈັບນອກລວມໄປເຖິງວິທີການສວນຫຼອດເລືອດຫົວໃຈ ແລະ ການສ່ອງກ້ອງ.
03
ຫ້ອງຜ່າຕັດພ້ອມດ້ວຍອຸປະກອນເຄື່ອງມືທາງການແພດທີ່ສາມາດເຄື່ອນຍ້າຍໄດ້ ແລະ ເຄື່ອງມືປະຈຳ
ຫ້ອງຜ່າຕັດທີ່ບໍ່ສາມາດເຄື່ອນຍ້າຍໄດ້.
04
ຫ້ອງຜ່າຕັດໄດ້ຖືກອອກແບບ ແລະ ຈັດໃຫ້ຢູ່ໃກ້ກັບພະແນກທີ່ຮອງຮັບຄົນເຈັບທີ່ອາດຈະຕ້ອງໄດ້ຮັບຜ່າຕັດສຸກເສີນ.: 1. ພະແນກສຸກເສີນ 2. ພະແນກໄອຊີຢູ 3. ພະແນກປະສູດ-ພະຍາດຍິງ


