ຄລີນິກກະດູກ ແລະ ຂໍ້
ໂຮງໝໍ ກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ
ຄລີນິກກະດູກ ແລະ ຂໍ້ (Orthopedic Clinic)
ຄລີນິກເປີດໃຫ້ບໍລິການບາງວັນ
ສອບຖາມລາຍລະອຽດເພີມເຕີມ ຫຼື ນັດໝາຍລ່ວງໜ້າໄດ້ທາງ
ໂທ: +856 21 8333 33 ສາຍດ່ວນ 1661
ອີເມວ: This email address is being protected from spambots. You need JavaScript enabled to view it.

ມີ 206 ກະດູກໃນຮ່າງກາຍຂອງຄົນເຮົາ ເຊິ່ງປະກອບດ້ວຍ 6 ຂໍ້ກະດູກໃຫຍ່ທີ່ຕັ້ງຢູ່ສະໂພກ, ຫົວເຂົ່າ, ຂໍ້ຕີນ, ບ່າໄຫຼ, ແຂນສອກ ແລະ ຂໍ້ມື, ນອກຈາກນີ້ຍັງມີຂໍ້ຕໍ່ເຊີ່ງເປັນບໍລິເວນທີ່ມີກະດູກຕັ້ງແຕ່ 2 ອັນຂື້ນໄປ ຫຼື ຫຼາຍກວ່ານັ້ນມາເຊື່ອມຕໍ່ໃສ່ກັນ, ໂດຍແຕ່ລະຄົນຈະມີລະບົບເອັນ, ເສັ້ນເອັນ ແລະ ກ້າມຊິ້ນທີ່ຍຶດຕິດກັນຢູ່, ກະດູກສັນຫຼັງເປັນໜື່ງໃນໂຄງສ້າງທີ່ສຳຄັນ ແລະ ຊັບຊ້ອນໃນຮ່າງກາຍຂອງຄົນເຮົາ ໂດຍເຮັດໜ້າທີ່ເປັນໂຄງສ້າງຮອງຮັບສ່ວນກາງ ເຊິ່ງໝາຍຄວາມວ່າມັນຈະມີເງືອນໄຂທີ່ກ້ຽວຂ້ອງກັນກັບກະດູກ ແລະ ຂໍ້ຫຼາກຫຼາຍທີ່ສົ່ງຜົນກະທົບໄປທົ່ວຮ່າງກາຍ
ຢູ່ທີ່ຄລີນິກກະດູກ ແລະ ຂໍ້ຂອງໂຮງໝໍກະເສມຮາດ ອິນເຕິີຣເນຊັ່ນແນວ ວຽງຈັນ ໃຫ້ບໍລິການກວດວິນິດໄສ ແລະ ຮັກສາພະຍາດທຸກໆກໍລະນີທີ່ເຮັດໃຫ້ເກີດອາການເຈັບກະດູກ, ຂໍ້ ແລະ ກະດູກສັນຫຼັງ ຈາກທີມຜູ້ຊ່ຽວຊານຂອງເຮົາ
ຄລີນິກຂອງເຮົາຍັງສາມາດຮັກສາທັງແບບບໍ່ຜ່າຕັດ ແລະ ແບບຜ່າຕັດທີ່ເໝາະສົມກັບສະພາບທີ່ເກີດຂື້ນຕົວຈິງຂອງທ່ານ
ການບໍລິການ ແລະ ການຮັກສາ



