ຄລີນິກກະດູກ ແລະ ຂໍ້

ໂຮງໝໍ ກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ

ຄລີນິກກະດູກ ແລະ ຂໍ້ (Orthopedic Clinic)
ຄລີນິກເປີດໃຫ້ບໍລິການບາງວັນ
ສອບຖາມລາຍລະອຽດເພີມເຕີມ ຫຼື ນັດໝາຍລ່ວງໜ້າໄດ້ທາງ
ໂທ: +856 21 8333 33 ສາຍດ່ວນ 1661
ອີເມວ: This email address is being protected from spambots. You need JavaScript enabled to view it.

Image

ມີ 206 ກະດູກໃນຮ່າງກາຍຂອງຄົນເຮົາ ເຊິ່ງປະກອບດ້ວຍ 6 ຂໍ້ກະດູກໃຫຍ່ທີ່ຕັ້ງຢູ່ສະໂພກ, ຫົວເຂົ່າ, ຂໍ້ຕີນ, ບ່າໄຫຼ, ແຂນສອກ ແລະ ຂໍ້ມື, ນອກຈາກນີ້ຍັງມີຂໍ້ຕໍ່ເຊີ່ງເປັນບໍລິເວນທີ່ມີກະດູກຕັ້ງແຕ່ 2 ອັນຂື້ນໄປ ຫຼື ຫຼາຍກວ່ານັ້ນມາເຊື່ອມຕໍ່ໃສ່ກັນ, ໂດຍແຕ່ລະຄົນຈະມີລະບົບເອັນ, ເສັ້ນເອັນ ແລະ ກ້າມຊິ້ນທີ່ຍຶດຕິດກັນຢູ່, ກະດູກສັນຫຼັງເປັນໜື່ງໃນໂຄງສ້າງທີ່ສຳຄັນ ແລະ ຊັບຊ້ອນໃນຮ່າງກາຍຂອງຄົນເຮົາ ໂດຍເຮັດໜ້າທີ່ເປັນໂຄງສ້າງຮອງຮັບສ່ວນກາງ ເຊິ່ງໝາຍຄວາມວ່າມັນຈະມີເງືອນໄຂທີ່ກ້ຽວຂ້ອງກັນກັບກະດູກ ແລະ ຂໍ້ຫຼາກຫຼາຍທີ່ສົ່ງຜົນກະທົບໄປທົ່ວຮ່າງກາຍ

ຢູ່ທີ່ຄລີນິກກະດູກ ແລະ ຂໍ້ຂອງໂຮງໝໍກະເສມຮາດ ອິນເຕິີຣເນຊັ່ນແນວ ວຽງຈັນ ໃຫ້ບໍລິການກວດວິນິດໄສ ແລະ ຮັກສາພະຍາດທຸກໆກໍລະນີທີ່ເຮັດໃຫ້ເກີດອາການເຈັບກະດູກ, ຂໍ້ ແລະ ກະດູກສັນຫຼັງ ຈາກທີມຜູ້ຊ່ຽວຊານຂອງເຮົາ
ຄລີນິກຂອງເຮົາຍັງສາມາດຮັກສາທັງແບບບໍ່ຜ່າຕັດ ແລະ ແບບຜ່າຕັດທີ່ເໝາະສົມກັບສະພາບທີ່ເກີດຂື້ນຕົວຈິງຂອງທ່ານ

ການບໍລິການ ແລະ ການຮັກສາ

01
ການກວດ ແລະ ໃຫ້ຄຳປຶກສາກ່ຽວກັບການຜ່າຕັດກະດູກ ແລະ ຂໍ້ທົ່ວໄປ
02
ການບຳບັດ ແລະ ຜ່າຕັດຜູ້ປ່ວຍກະດູກຫັກ ແລະ ຂໍ້ເຄັດທຸກປະເພດ
03
ພະຍາດຂໍ້ຕໍ່ອັກເສບທີ່ມັກເກີດຂື້ນຢູ່ຕາມຂໍ້ມື ແລະ ຂໍ້ຕີນ ຫຼື ເອີ້ນວ່າ: ພະຍາດຣູມາຕອຍ
04
ການກວດວິນິດໃສອາການເລີ່ມຕົ້ນໃຫ້ຜູ້ທີ່ມີຄວາມສ່ຽງເປັນພະຍາດມະເຮັງກະດູກ
05
ການຮັກສາຄວາມຜິດປົກະຕິຂອງເສັ້ນປະສາດສ່ວນປາຍ
06
ພະຍາດ ຜິດປົກະຕິຂອງກະດູກເຊິ່ງໃນນີ້ປະກອບມີ: ພະຍາດກະດູກພ່ອຍ ຫຼື ພະຍາດຕ່າງໆທີ່ສົ່ງຜົນໃຫ້ມີການຫຼຸດລົງຂອງມວນກະດູກ ອັນເກີດມາຈາກການຂາດສານອາຫານທີ່ບໍ່ພຽງພໍ ຫຼື ຄົບຖ້ວນ.
07
ພະຍາດຫົວເຂົ່າເຊື່ອມ ແລະ ການຜ່າຕັດປ່ຽນຂໍ້
08
ການດູແລຄົນເຈັບທີ່ເກີດອຸບັດຕິເຫດ ຫຼື ເກີດການບາດເຈັບຂອງກະດູກ ແລະ ຂໍ່
09
ການຮັກສາພະຍາດກະດູກ ແລະ ຂໍ້ ສຳລັບເດັກນ້ອຍ
10
ການຜ່າຕັດຜ່ານກ້ອງເພື່ອເຮັດການຮັກສາຄົນເຈັບພະຍາດຂໍ່ ແລະ ຮັກສາອາການບາດເຈັບຈາກການຫລິ້ນກິລາ ລວມຈົນໄປເຖິງອາການບາດເຈັບຊຳເຮື້ອ
11
ການຜ່າຕັດກະດູກສັນຫຼັງ ແລະ ໝອນຮອງກະດູກດ້ວຍວິທີການໃຊ້ກ້ອງຂະຫຍາຍ
12
ການຜ່າຕັດມື ຄືສຳລັບການຮັກສາ ແລະ ຜ່າຕັດຜູ້ທີ່ມີບັນຫາທາງນິ້ວມື, ແຂນ ແລະ ເສັ້ນປະສາດແຂນ
13
ການຜ່າຕັດບ່າໄຫຼ່
14
ການຜ່າຕັດຕີນ ແລະ ຂໍ້ຕີນ
15
ຮັກສາອາການປວດຫຼັງ ຫຼື ເຈັບກ້າມຊິ້ນຈາກການເຮັດວຽກ
Image
Image
Image

ສະຖານທີ່ໃຫ້ບໍລິການ ແລະ ອຸປະກອນທາງການແພດ

01
ຫ້ອງກວດພະຍາດ ແລະ ຫ້ອງບຳບັດຮັກສາ
02
ອຸປະກອນທາງການແພດທີ່ຄົບວົງຈອນ ແລະ ຍັງມີເຄື່ອງຖ່າຍພາບດ້ວຍຄື່ນແມ່ເຫຼັກໄຟຟ້າ ( ເຄື່ອງ MRI )
03
ຄື່ອງກວດວັດມວນກະດູກ ຫຼື ຄວາມໜາແໜ້ນຂອງກະດູກ
04
ສູນການແພດຟື້ນຟູຫນ້າທີ່ການເພື່ອດູແລ ແລະ ພັດທະນາຄວາມສາມາດຂອງຄົນເຈັບໃຫ້ກັບມາໃຊ້ຊີວິດປະຈຳວັນໄດ້ຢ່າງມີຄຸນນະພາບຂື້ນ

ລາຍລະອຽດທ່ານໝໍ