ຄລີນິກຕາ

ໂຮງໝໍ ກະເສມຣາດ ອິນເຕີຣ໌ເນຊັ່ນແນລ ວຽງຈັນ

Image

ໃຫ້ບໍລິການກວດຮັກສາດວງຕາ ແລະ ໃຫ້ຄຳແນະນຳສຳຫຼັບຜູ້ທີ່ມີປັນຫາກ່ຽວກັບດວງຕາ ໂດຍທ່ານໝໍຕາ ແລະ ບຸກຄະລາກອນທາງການແພດຜູ້ຊ່ຽວຊານສະເພາະທາງສາຂາຕາ ດ້ວຍເຕັກໂນໂລຊີເຄື່ອງມືແພດທີ່ທັນສະໄໝ

“ດວງຕາ” ຖືເປັນອະໄວຍະວະທີ່ສຳຄັນຂອງຮ່າງກາຍ ທີ່ຊ່ວຍໃນການສະໜອງການຮັບຮູ້ ຮຽນຮູ້ສິ່ງຕ່າງໆລວມເຖິງຊ່ວຍໃນການເຮັດກິດຈະກຳຕ່າງໆໃນຊີວິດປະຈຳວັນ ດັ່ງນັ້ນເຮົາທຸກຄົນຈຶ່ງຕ້ອງໃສ່ໃຈ ແລະ ໝັ່ນສັງເກດຄວາມຜິດປົກກະຕິກ່ຽວກັບການມອງເຫັນ ເຊິ່ງຫາກເກີດປັນຫາທີ່ກ່ຽວຂ້ອງກັບດວງຕາ ຄວນຮີບເຂົ້າປຶກສາ ແລະ ຮັບການຮັກສາກັບທ່ານໝໍຕາ ຫຼື ໝໍຜູ້ຊ່ຽວຊານທາງດ້ານດວງຕາໃນທັນທີ

ທີ່ພະແນກຕາຂອງໂຮງໝໍ ກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ ເຮົາພ້ອມບໍລິການເບິ່ງແຍງ ແລະ ຮັກສາທຸກພະຍາດກ່ຽວກັບດວງຕາ ຕັ້ງແຕ່ອາການທົ່ວໄປຈົນເຖິງການຮັກສາ ແລະ ຜ່າຕັດດວງຕາທີ່ຕ້ອງໃຊ້ຄວາມຊ່ຽວຊານສະເພາະທາງ ຮ່ວມກັບເຕັກໂນໂລຊີທາງການແພດທີ່ທັນສະໄໝ

ຄວາມໃສ່ໃຈແລະເບິ່ງແຍງຢ່າງໃກ້ຊິດຈາກທ່ານໝໍຕາແລະພະຍາບານວິຊາຊີບຊຳນານສະເພາະທາງ ເຄື່ອງມືການແພດທີ່ທັນສະໄໝ ທີ່ຄລີນິກຕາຂອງໂຮງໝໍ ກະເສມຣາດ ອິນເຕີຣ໌ເນຊັ່ນແນລ ວຽງຈັນ ນອກຈາກທີມແພດຜູ້ຊ່ຽວຊານແລ້ວ ເຮົາຍັງມີເຄື່ອງມືທາງການແພດທີ່ທັນສະໄໝເພື່ອຊ່ວຍໃນການບົ່ງມະຕິໃຫ້ມີຄວາມຊັດເຈນຫຼາຍຂຶ້ນ.

ບໍລິການແລະການກວດບົ່ງມະຕິຄລີນິກຕາ

ການກວດປະເມີນຄວາມສາມາດໃນການເບິ່ງເຫັນແລະຕາບອດສີ
ກວດວັດຄ່າສາຍຕາເພື່ອການຕັດແວ່ນຕາ
ກວດວັດຄວາມດັນດວງຕາ
ກວດວັດລານສາຍຕາເພື່ອເຮັດໃບຂັບຂີ່
ກວດຄັດກອງແລະຮັກສາຕໍ້ລົມ ຕໍ້ເນື້ອ ຕໍ້ກະຈົກ ຕໍ້ຫີນ
ກວດຄັດກອງແລະຮັກສາຈໍປະສາດຕາເຊື່ອມຮ່ວມກັບການໃຊ້ເຄື່ອງມືທີ່ສາມາດຖ່າຍພາບຈໍປະສາດຕາແລະເພື່ອການບົ່ງມະຕິທີ່ຖືກຕ້ອງແລະຊັດເຈນຫຼາຍຂຶ້ນ
ກວດຮັກສາພາວະເບົາຫວານຂຶ້ນຕາ
ກວດແລະຮັກສາພະຍາດຕາໃນເດັກແລະຕາເຂ
ກວດຮັກສາພະຍາດ Amblyopia “Lazy eye” ການເບິ່ງເຫັນບໍ່ເທົ່າກັນ
ກວດຮັກສາອາການຕິດເຊື້ອບໍລິເວນດວງຕາທຸກປະເພດ
ກວດຮັກສາພະຍາດມ່ານຕາອັກເສບ
ຮັກສາເນື້ອງອກບໍລິເວນຕາ
ສັນຍະກຳຕົກແຕ່ງດວງຕາແລະເສີມສ້າງ
ອຸບັດຕິເຫດທາງດວງຕາ

ອາການບົ່ງຊີ້ທີ່ຄວນພົບໝໍທີ່ຄລີນິກຕາ

 ການເບິ່ງເຫັນປ່ຽນແປງໄປຫຼືການເບິ່ງເຫັນຫຼຸດລົງ ທັງເບິ່ງເຫັນແຄບລົງ ມີຈຸດດຳບັງດວງຕາ ມີຕະກອນລອຍໄປມາ ຫຼື ເບິ່ງເຫັນບໍ່ຊັດເຈນ

  • ປວດຕາ ປວດກະບອກຕາ ຫຼື ບໍລິເວນຮອບໆດວງຕາ
  • ເຈັບຕາ ປວດຕາ ຕາແດງ
  • ຕາບວມແດງ ເປັນກ້ອນ ມີລັກສະນະຂອງການຕິດເຊື້ອ
  • ເຄືອງຕາ ຄັນຕາ ຮູ້ສຶກຕາແຫ້ງ ແສບຕາ
  • ນ້ຳຕາໄຫຼຕະຫຼອດ ມີຂີ້ຕາປຽກແລະຫຼາຍກວ່າປົກກະຕິ
  • ສູນເສຍຫຼືຄວາມສາມາດໃນການເບິ່ງເຫັນໃນບ່ອນທີ່ມືດຫຼຸດໜ້ອຍລົງ
  • ເບິ່ງເຫັນບ່ອນທີ່ມືດໄດ້ຊັດເຈນກ່ອນເມື່ອທຽບກັບການຢູ່ທີ່ແຈ້ງ
  • ເບິ່ງເຫັນແສງແຕກກະຈາຍເປັນເສັ້ນໆ
  • ເບິ່ງເຫັນພາບຊ້ອນ
  • ມີກ້ອນເນື້ອຂຶ້ນບັງບໍລິເວນຕາດຳ ຫຼືຮອບໆດວງຕາ
  • ໄດ້ຮັບບາດເຈັບທີ່ດວງຕາ
  • ມີພະຍາດທາງກາຍທີ່ຈຳເປັນຕ້ອງກວດຕາຮ່ວມເຊັ່ນ: ພະຍາດເບົາຫວານພະຍາດພູມຄຸ້ມກັນຜິດປົກກະຕິເປັນຕົ້ນ

ບໍລິການແລະການກວດບົ່ງມະຕິໂດຍທ່ານໝໍຕາສະເພາະທາງຂອງໂຮງໝໍ ກະເສມຣາດ ອິນເຕີຣ໌ເນຊັ່ນແນລ ວຽງຈັນ
ຫຼາກຫຼາຍສາຂາດັ່ງນີ້

01
ຄລີນິກໝໍຕາທົ່ວໄປ
02
ຄລີນິກໝໍຜູ້ຊ່ຽວຊານທາງດ້ານພະຍາດຕໍ້ຫີນ
03
ຄລີນິກໝໍຜູ້ຊ່ຽວຊານທາງດ້ານກະຈົກຕາແລະການຜ່າຕັດແກ້ໄຂສາຍຕາ
04
ຄລີນິກໝໍຜູ້ຊ່ຽວຊານທາງດ້ານສັນຍະກໍາຕົກແຕ່ງດວງຕາແລະເສີມສ້າງ
05
ຄລີນິກໝໍຜູ້ຊ່ຽວຊານທາງດ້ານປະສາດດວງຕາ
06
ຄລີນິກໝໍຜູ້ຊ່ຽວຊານທາງດ້ານພະຍາດຈໍຕາແລະວຸ້ນຕາ
07
ຄລີນິກໝໍຜູ້ຊ່ຽວຊານທາງດ້ານດວງຕາເດັກແລະຕາເຂ

ລາຍລະອຽດໝໍ