ໂຄວິດ 19

Image

ໂຄໂຣນາໄວຣັສ (Covid-19), ເປັນພະຍາດທີ່ເກີດຈາກ SARS-CoV-2, ໄດ້ປະກົດເຫັນໃນເດືອນທັນວາ 2019. ເຊື້ອໄວຣັສທີ່ເຮັດໃຫ້ຄົນຕາຍ ສາມາດແຜ່ລາມຈາກຄົນສູ່ຄົນ ແລະ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນໃນທົ່ວໂລກ ຫຼື ເຮັດໃຫ້ເກີດບັນຫາສຸຂະພາບຕະຫຼອດຊີວິດສໍາລັບຜູ້ລອດຊີວິດ.

ເຊື້ອໄວຣັສສາມາດແຜ່ລາມຈາກຄົນສູ່ຄົນໄດ້ງ່າຍ ໂດຍຜ່ານທາງນໍ້າລາຍ ເປັນພະຍາດໜຶ່ງທີ່ສາມາດແຜ່ກະຈາຍເຊື້ອທາງອາກາດ. ເຊື້ອໄວຣັສຊະນິດນີ້ເປັນທີ່ຮູ້ຈັກວ່າ ສາມາດແຜ່ລາມອອກໄປຢ່າງກວ້າງຂວາງໃນບຸກຄົນທີ່ຢູ່ໃກ້ຊິດກັບຜູ້ທີ່ຕິດເຊື້ອ, ໂດຍປົກກະຕິແລ້ວແມ່ນຢູ່ພາຍໃນ 1 ແມັດ ແລະ ຢູ່ໃນພື້ນທີ່ແອອັດ. ຄົນເຮົາຍັງສາມາດຕິດເຊື້ອໄດ້ໂດຍການສຳຜັດຕາ, ດັງ ຫຼື ປາກ ຫຼັງຈາກສຳຜັດກັບພື້ນທີ່ມີພະຍາດດ້ວຍມືທີ່ບໍ່ໄດ້ລ້າງໃຫ້ສະອາດ.

ບັນດາອາການຂອງຜູ້ຕິດເຊື້ອທີ່ໄດ້ຮັບການລາຍງານແຕກຕ່າງກັນຢ່າງກວ້າງຂວາງ ຈາກອາການເບົາໄປສູ່ການເຈັບໜັກ. ອາການຕ່າງໆອາດຈະປະກົດຂຶ້ນໃນໄລຍະເວລາແຕ່ 2-14 ມື້ ຫຼັງຈາກສຳຜັດກັບໄວຣັດ. ບັນດາອາການຂອງແຕ່ລະຄົນທີ່ອາດຈະຕິດເຊື້ອພະຍາດ Covid -19 ປະກອບມີ:

  • ໄຂ້ ຫຼື ໜາວສັ່ນ.
  • ໄອ.
  • ຫາຍໃຈສັ້ນ ຫຼື ຫາຍໃຈຍາກ.
  • ອິດເມື່ອຍ.
  • ເຈັບກ້າມຊີ້ນ ຫຼື ຮ່າງກາຍ.
  • ເຈັບຫົວ.
  • ສູນເສຍລົດຊາດ ຫຼື ກິ່ນ.
  • ເຈັບຄໍ.
  • ຕັນດັງ ຫຼື ມີນໍ້າມູກຍ້ອຍ.
  • ປວດຮາກ ຫຼື ຮາກ.
  • ຖອກທ້ອງ.

ການສະກັດກັ້ນ ແລະ ປ້ອງກັນຕົນເອງຈາກການແຜ່ລະບາດຂອງພະຍາດ Covid -19 ດ້ວຍວິທີການປະພຶດຕົວດັ່ງລຸ່ມນີ້:

  • ຫຼີກລ່ຽງພື້ນທີ່ແອອັດ ບ່ອນທີ່ມີຄົນຫຼາຍຄົນສຳຜັດຫາກັນ.
  • ລ້າງມືດ້ວຍສະບູ ຫຼື ເຈວລ້າງມືທີ່ມີສານແອຣກໍຮໍ(ເຫຼົ້າ)ເປັນປະຈຳ.
  • ໂດຍສະເພາະແມ່ນຄວນໃສ່ໜ້າກາກໃນເວລາຢູ່ໃນສະຖານທີ່ສາທາລະນະ.
  • ຮັກສາໄລຍະຫ່າງ ໂດຍການຢູ່ຫ່າງຈາກຄົນອື່ນຢ່າງໜ້ອຍ 2 ແມັດ.