KIH ວຽງຈັນ

ກຸ່ມບໍລິສັດ ກະເສມຣາດ

ບໍລິສັດ ບາງກອກ ເຊນ ຮອສປິທໍ ຈຳກັດ (ມະຫາຊົນ) ສ້າງຕັ້ງຂຶ້ນໃນປີ 1993 ເຊິ່ງໄດ້ຮັບການປັບປຸງໂຄງຮ່າງ ໂດຍບໍລິສັດດຽວກັນທີ່ບໍລິຫານໂຮງໝໍ ກະເສມລາດ ສາຂາ ບາງແຄ(ປະເທດໄທ) ຕັ້ງແຕ່ປີ1984

ບໍລິສັດ ໄດ້ມີການເຕີບໃຫຍ່ຈະຫຍາຍຕົວ ຈົນປັດຈຸບັນ ເຮັດໃຫ້ພວກເຮົາ ກາຍເປັນຜູ້ນຳລຳດັບຕົ້ນໆ ໃນວຽກງານບໍລິການດ້ານສຸຂະພາບ ແລະ ຜູ້ໃຫ້ບໍລິການທີໃຫຍ່ທີ່ສຸດ ຂົງເຂດວຽກງານປະກັນສັງຄົມ ໃນປະເທດໄທ

ໃນປີ 2004, ໂຮງໝໍ ບາງກອກ ເຊນ ໄດ້ຖືກຈົດທະບຽນເຂົ້າໃນຕະຫລາດຫລັກຊັບຂອງປະເທດໄທພາຍໃຕ້ຊື່ຫຍໍ້ຂອງບໍລິສັດ “BCH” ເປັນທຶນຈົດທະບຽນແລະຈ່າຍຕົ້ນທຶນ 2494 ລ້ານບາດ. ປະຈຸບັນ BCH ເປັນເຈົ້າຂອງໂຮງໝໍ 15 ແຫ່ງ ແລະ 1 ຄລີນິກ ໃນກຸງເທບ ແລະ ບັນດາແຂວງ ເພື່ອໃຫ້ບໍລິການແກ່ຄົນເຈັບທຸກປະເພດ, ພາຍໃຕ້ການບໍລິຫານຂອງ 4 ກຸ່ມ ໂຮງໝໍເພື່ອຮັບປະກັນ ຄວາມໜ້າເຊື່ອຖື ແລະ ມາດຕະຖານ , ໂຮງໝໍ ໃນເຄືອຂອງເຮົາ ໄດ້ຮັບ ການຮັບຮອງຈາກສາກົນ ເປັນຕົ້ນທຶນແມ່ນ DNV, GL JCI ແລະ national hospital Accreditation (HA)

ບໍລິສັດພວກເຮົາ ມີຄວາມມຸ່ງໝັ້ນ ໃນການພັດທະນາອົງກອນຂອງພວກເຮົາ ເພື່ອທີ່ຈະກ້າວໄປເປັນຜູ້ໃຫ້ບໍລິການດ້ານສຸຂະພາບລຳດັບຕົ້ນໆຂອງໄທແລະອາຊຽນ ພາຍໃຕ້ ຄຳຂັວນພວກເຮົາທີວ່າ "ຄອບຄົວຂອງທ່ານ ໂຮງຫມໍຂອງທ່ານ"

Image

ບໍລິສັດພວກເຮົາ ມີຄວາມມຸ່ງໝັ້ນ ໃນການພັດທະນາອົງກອນຂອງພວກເຮົາ ເພື່ອທີ່ຈະກ້າວໄປເປັນຜູ້ໃຫ້ບໍລິການດ້ານສຸຂະພາບລຳດັບຕົ້ນໆຂອງໄທແລະອາຊຽນ ພາຍໃຕ້ ຄຳຂັວນພວກເຮົາທີວ່າ

"ຄອບຄົວຂອງທ່ານ ໂຮງຫມໍຂອງທ່ານ"

World Medical Hospital
Kasemrad International Hospital
Kasemrad Hospital
Karunvej Hospital