ກ່ຽວກັບພວກເຮົາ
ໂຮງໝໍກະເສມຣາດ ອິນເຕີຣ໌ເນຊັ່ນແນລ ວຽງຈັນ

ບໍລິສັດຂອງພວກເຮົາກຳລັງ ຂະຫຍາຍສາຂາໂດຍການເປີດສາຂາໃນປະເທດ ແລະ ຕ່າງປະເທດພາຍໃນປີ 2020 ໂດຍບໍລິສັດຈະມີໂຮງໝໍເພີ່ມອີກ 4 ແຫ່ງ
ຫນຶ່ງໃນເປົ້າຫມາຍທີສຳຄັນ ເພື່ອໃຫ້ສອດຄ່ອງກັບວິໄສທັດຂອງບໍລິສັດ ຄືການຂະຫຍາຍສາຂາໂຮງໝໍຂອງພວກເຮົາໄປນະຄອນຫລວງວຽງຈັນ ສປປ ລາວ ພາຍໃຕ້ຊື່ ໂຮງໝໍກະເສມຣາດ ອິນເຕີຣ໌ເນຊັ່ນແນລ ວຽງຈັນ
ນອກຈາກນີ້ພວກເຮົາມີຄວາມໝາຍ ໝັ້ນວ່າ ຈະສົ່ງຕໍ່ ເຕັກໂນໂລຢີທາງການແພດ,ການບໍລິຫານຂອງໂຮງໝໍ ຈັດການລະບົບຮັກສາອຸປະກອນທາງການແພດ ແລະ ຜູ້ຊ່ຽວຊານດ້ານສະເພາະ ເພື່ອຖ່າຍທອດ ການບໍລິການທີ່ເຂົ້າໃຈງ່າຍໃຫ້ແກ່ຄົນເຈັບໃນ ສປປ ລາວ ລວມກັບຄົນເຈັບທີ່ສົ່ງຕໍ່ຈາກພື້ນທີ່ໃກ້ຄຽງ
ໂຮງໝໍກະເສມຣາດ ອິນເຕີຣ໌ເນຊັ່ນແນລ ວຽງຈັນ
ແມ່ນບໍລິຫານໂດຍ ບໍລິສັດ ບາງກອກ ເຊນ ອິນເຕີຣ໌ເນຊັ່ນແນລ(ລາວ) ດ້ວຍ
ທຶນກາຈົດທະບຽນ 120,000 ລ້ານກີບ ເພື່ອດຳເນີນການໂຮງໝໍເອກະຊົນ 254 ຕຽງ ແລະ ຫ້ອງກວດ 38 ຫ້ອງ ໃນທີດິນ 1,92 ເຮັກຕາ ພື້ນທີ່ດັ່ງກ່າວແມ່ນຢູ່ໃນຂັ້ນຕອນການພັດທະນາເພື່ອຮອງຮັບການຂະຫຍາຍຕົວຂອງບໍລິສັດ ແລະ
ຍັງທີ່ຕັ້ງຕິດຖະໜົນໃຫຍ່ເຮັດໃຫ້ໃຫ້ສາມາດເຂົ້າມາສະດວກສະບາຍ
ນອກຈາກ ການບໍລິດ້ານການແພດແລ້ວ ພວກເຮົາຍັງມີແພດສະເພາະທາງທີ່ພ້ອມໃຫ້ບໍລິການ ຕະຫຼອດ 24 ຊົ່ວໂມງ ເພື່ອອຳນວຍຄວາມສະດວກໃຫ້ແກ່ຄວາມຕ້ອງການຂອງຄົນເຈັບ ໂດຍທີມແພດ ທີສາມາດສົ່ງຕໍ່ຄົນເຈັບ ທີມງານມືອາຊີບຂອງພວກເຮົາຈະມີ ການບໍລິການແບບປະສານງານກັນ ສາມາດຕິດຕາມສະຖານະການປິ່ນປົວຂອງຄົນເຈັບໄດ້
ບໍລິສັດຈະຢຶດໝັ້ນ ຢ່າງເຂັ້ມງວດ ແລະ ກຽມພ້ອມບໍລິການ ທາງການແພດທີ່ດີທີ່ສຸດ ໂດຍອີ່ງໃສ່ຫຼັກການ ການສ້າງ
ຄວາມຄຸ້ມຄ່າໄລຍະຍາວ ໃຫ້ແກ່ປະຊາຊົນ ໂຮງໝໍຈະຖືກແບ່ງອອກເປັນ 2ພາກສ່ວນ, ພາກສ່ວນ ທຳອິດແມ່ນອາຄານ 7 ຊັ້ນ. ພາກສ່ວນທີສອງແມ່ນອາຄານ 12 ຊັ້ນ ປະກອບດ້ວຍບ່ອນຈອດລົດຕັ້ງແຕ່ຊັ້ນ 1 ຫາຊັ້ນທີ 6 ແລະອີກ 6
ຊັ້ນແມ່ນສຳລັບຄົນເຈັບ 144 ຫ້ອງດ່ຽວ. ພາກສ່ວນທຳອິດ ແມ່ນຈະພ້ອມໃຫ້ບໍລິການ ໃນປີ 2021 ເຊິ່ງຈະມີ 110 ຕຽງ
