ຄລີນິກຟອກໄຂ່ຫຼັງ

Image

ການຟອກໄຂ່ຫຼັງເປັນອີກໜື່ງວິທີໃນການຊ່ວຍຮັກສາພາວະໄຂ່ຫຼັງຊຳຫຼຸດຂັ້ນສູງ ແລະ ຊ່ວຍໃຫ້ທ່ານສາມາດໃຊ້ຊີວິດໄດ້ຄືກັບຄົນປົກະຕິ ເຖິງວ່າໄຂ່ຫຼັງຈະຊຳຫຼຸດໄປແລ້ວ, ພະແນກຟອກໄຂ່ຫຼັງ ທີ່ໂຮງໝໍກະເສມຮາດ ອິນເຕີເນຊັ່ນແນລ ວຽງຈັນ ມີຄວາມພ້ອມໃນການໃຫ້ບໍລິການດ້ວຍສະພາບແວດລ້ອມທີ່ສະດວກສະບາຍ, ສະອາດ ແລະ ມີຄວາມປອດໄພສຳຫຼັບຄົນເຈັບ ແລະ ຄອບຄົວອີກດ້ວຍ.

ການຟອກໄຂ່ຫຼັງເປັນການຮັກສາພາວະໄຂ່ຫຼັງໂດຍການໃຊ້ເລືອດຂອງຕົວເອງເພື່ອທົດແທນເລືອດທີ່ເສຍໄປ, ໃຊ້ໃນຜູ້ທີ່ມີພາວະໄຂ່ຫຼັງອັບເສບຮຸນແຮງ ແລະ ການຟອກໄຂ່ຫຼັງຍັງສາມາດໃຊ້ຮັກສາກໍລະນີມະເຮັງໄຂ່ຫຼັງໄດ້ເຊັ່ນກັນ.

ການຟອກໄຂ່ຫຼັງຈະປະຕິບັດຢູ່ພາຍໃນໂຮງໝໍພາຍໃຕ້ການຄວບຄຸມຂອງແພດ ໂດຍທົ່ວໄປແລ້ວການຟອກໄຂ່ຫຼັງຈະເຮັດຢ່າງໜ້ອຍ 3 ຄັ້ງຕໍ່ອາທິດ ຫຼື ອາດຈະຫຼາຍກວ່ານັ້ນຂື້ນຢູ່ກັບສຸຂະພາບຂອງຄົນເຈັບເອງ, ໃນນີ້ທີ່ໂຮງໝໍກະເສມຮາດ ອິນເຕີເນຊັ່ນແນລ ວຽງຈັນ ມີຄວາມພ້ອມໃນການໃຫ້ບໍລິການດ້ວຍສະພາບແວດລ້ອມທີ່ສະດວກສະບາຍ, ສະອາດ ແລະ ມີຄວາມປອດໄພສຳຫຼັບຄົນເຈັບ ແລະ ຄອບຄົວອີກດ້ວຍ.

ການບໍລິການ ແລະ ການຮັກສາ

01
ໃຫ້ບໍລິການດ້ວຍບຸກຄະລາກອນທາງການແພດຜູ້ຊ່ຽວຊານພ້ອມດ້ວຍທີມພະຍາບານມືອາຊີບທີ່ຜ່ານການເຝິກອົບຮົບໂດຍແພດຜູ້ຊ່ຽວຊານດ້ານໄຂ່ຫຼັງ
02
ການຟອກໄຂ່ຫຼັງດ້ວຍລະບົບນ້ຳທີ່ບໍລິສຸດ
03
ການຟອກໄຂ່ຫຼັງໃນຄົນເຈັບວິກິດດ້ວຍເຄື່ອງມືທີ່ໄດ້ມາດຕະຖານລະດັບສາກົນເພື່ອໃຫ້ການຮັກສາທີ່ປອດໄພກັບຄົນເຈັບ

ສະຖານທີ່ໃຫ້ບໍລິການ ແລະ ອຸປະກອນທາງການແພດ

01
ມີພື້ນທີ່ສຳຫຼັບໃຫ້ການດູແລຮັກສາພ້ອມດ້ວຍເຄື່ອງວັດຄວາມດັນເລືອດ
02
ມີເຄື່ອງຟອກໄຂ່ຫຼັງ 8 ເຄື່ອງ
03
ມີເຄື່ອງຜະລິດໄຟຟ້າສຸກເສີນຕະຫຼອດ 24 ຊົ່ວໂມງ ໃນກໍລະນີທີ່ໄຟດັບ ຫຼື ລະບົບໄຟມີບັນຫາ ເຮັດໃຫ້ຄົນເຈັບໄດ້ຮັບການຮັກສາຢ່າງຕໍ່ເນື່ອງ
04
ໄດ້ຮັບອະນຸຍາດ ແລະ ຮັບຮອງ ຢ່າງເຕັມຮູບແບບ
Image
Image
Image

ລາຍລະອຽດໝໍ