ຄລີນິກທັນຕະກຳ

Image

ພວກເຮົາມຸ່ງໝັ່ນທີ່ຈະນຳສະເໜີມາດຕະຖານສູງສຸດຂອງການດູແລທັນຕະກຳໃນບັນຍາກາດທີ່ອົບອຸ່ນ, ເອົາໃຈໃສ່ ແລະ ມີປະສິດທິພາບ, ສິ່ງອຳນວຍຄວາມສະດວກຂອງພວກເຮົາມີຄວາມທັນສະໄໝ ແລະ ມີຄຸນນະພາບທີ່ດີ ໃນສ່ວນຂອງບຸກຄະລາກອນແພດໝໍກໍ່ໄດ້ຮັບການເຝິກອົບຮົບ ແລະ ມີປະສົບການສູງໃນທຸກດ້ານຂອງທັນຕະກຳ.

ຄລີນິກທັນຕະກຳຂອງເຮົາແມ່ນຄຳນືງ ແລະ ໃສ່ໃຈເຖິງຄວາມສະອາດ, ຄວາມປອດໄພ ແລະ ການຂ້າເຊື້ອ ໃນນີ້ອຸປະກອນທັງໝົດທີ່ໃຊ້ໃນການຮັກສາທາງທັນຕະກຳຈະຕ້ອງໄດ້ຜ່ານລະບົບການຂ້າເຊື້ອທີ່ເຂັ້ມງວດເພື່ອໃຫ້ແນ່ໃຈວ່າການຮັກສາແຕ່ລະຂັ້ນຕອນ ແລະ ທຸກຄັ້ງຈະດຳເນີນໄປດ້ວຍຄວາມປອດເຊື້ອສູງສຸດ.

ການບໍລິການ ແລະ ການຮັກສາ

01
ການປະເມີນຄວາມໜາຂອງກະດູກກ່ອນການຜ່າຕັດ
02
ວາງແຜນການຮັກສາຢ່າງຖືກຈຸດ
03
ບໍລິການໃຫ້ຄຳປຶກສາ ແລະ ແນະນຳກ່ອນການຝັງຮາກແຂ້ວທຽມ
04
ມີເຄື່ອງເອັກເຣກວດຊ່ອງປາກ ແລະ ແຂ້ວ 360 ອົງສາ ເພື່ອຄວາມແນ່ນອນໃນການວາງແຜນການຮັກສາ
05
ບໍລິການເຮັດຄວາມສະອາດແຂ້ວດ້ວຍວິທີການຂູດຫີນປູນ
06
ບໍລິການອັດແຂ້ວ
07
ບໍລິການຫຼົກແຂ້ວ
08
ບໍລິການດູແລ ແລະ ຮັກສາຮາກແຂ້ວ
09
ບໍລິການຝອກແຂ້ວຂາວ
Image
Image
Image
Image