ຄລີນິກສຸກເສີນ

ຄລີນິກສຸກເສີນທີ່ໂຮງໝໍກະເສມຮາດ ອິນເຕີເນັດຊັ່ນແນລ ວຽງຈັນ ມີເຈົ້າໜ້າທີ່ປະຈຳຕະຫຼອດ 24 ຊົ່ວໂມງ ໂດຍແພດຜູ້ຊ່ຽວຊານສຸກເສີນທີ່ຜ່ານການຮັບຮອງຈາກຄະນະກຳມະການ ແລະ ພະຍາບານວິຊາຊີບທີ່ໄດ້ຮັບການຮັບຮອງໃນໜ່ວຍງານ Advanced Cardiac Life Support (ACLS) ແລະ Trauma Care ຜູ້ຊ່ຽວຊານດ້ານການດູແລຄົນເຈັບໜັກ, ພະຍາບານ ແລະ ເຕັກໂນໂລຊີການແພດຂັ້ນສູງຂອງເຮົາຈະຮັບປະກັນວ່າຄົນເຈັບໜັກ ຫຼື ຜູ້ປ່ວຍວິກິດຂອງເຮົາຈະໄດ້ຮັບການຮັກສາຢ່າງທັນເວລາດ້ວຍມາດຕະການດູແລສູງສຸດ.
ການບໍລິການ ແລະ ການຮັກສາ
01
ທີມແພດ, ພະຍາບານ ແລະ ບຸກຄະລາກອນສະເພາະທາງ, ເຄື່ອງມື ແລະ ເຕັກໂນໂລຊີທາງການແພດທີ່ທັນສະໄໝ ພ້ອມປະຕິບັດງານຕະຫຼອດ 24 ຊົ່ວໂມງມັງໝົດ 7 ມື້.
02
ລົດສຸກເສີນ ແລະ ທີມບຸກຄະລາກອນທາງການແພດທີ່ພ້ອມໃຫ້ບໍລິການຕະຫຼອດ 24 ຊົ່ວໂມງ, ທັງໝົດ 7 ມື້
03
ການສົ່ງຕໍ່ຄົນເຈັບສຸກເສີນ
04
ພະຍາດຫົວໃຈ
05
ການຜ່າຕັດ
06
ການວາງຢາສະຫຼົບ
07
ພະແນກພາຍໃນທົ່ວໄປ
ສະຖານທີ່ໃຫ້ບໍລິການ
01
ຫ້ອງສຳຫຼັບການກວດຫາພະຍາດ ແລະ ດູແລຮັກສາ ທີ່ສະອາດ ແລະ ເປັນສ່ວນຕົວ
02
ພື້ນທີ່ສຳຫຼັບບໍລິການຄົນເຈັບສຸກເສີນຕະຫຼອດ 24 ຊົ່ວໂມງ, ທັງໝົດ 7 ມື້
03
ລົດສຸກເສີນ ແລະ ທີມບຸກຄະລາກອນຜູ້ຊ່ຽວຊານທີ່ພ້ອມໃຫ້ບໍລິການທັນທີຫຼັງຈາກໄດ້ຮັບແຈ້ງເຫດ
04
ພື້ນທີ່ສຳຫຼັບເຝົ້າເບີ່ງອາການຄົນເຈັບ
05
ຫ້ອງແຮງດັນລົບເພື່ອຮອງຮັບຄົນເຈັບລະບົບທາງເດີນຫາຍໃຈ ພ້ອມດ້ວຍລະບົບຮັບ ແລະ ສົ່ງຕໍ່ຢ່າງມີມາດຕະຖານ



