KIH VIENTIANE

New & Update

 
**ຂ່າວປະຊາສຳພັນ**
ໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ ໄດ້ເຂົ້າຮ່ວມກິດຈະກຳ LHB 3x3 Basketball ເຊິ່ງຈັດຂຶ້ນທີ່ Vientiane Life Center ໃນວັນທີ 17-19 ມັງກອນ 2025✨
ໃນງານນີ້ໂຮງໝໍຂອງພວກເຮົາໄດ້ຈັດຕຽມທີມພະຍາບານຜູ້ຊ່ຽວຊານເພື່ອໃຫ້ບໍລິການປະຖົມພະຍາບານເບື້ອງຕົ້ນໃນກໍລະນີທີ່ມີການບາດເຈັບຈາກການແຂ່ງຂັນ ໂດຍມຸງໝັ້ນທີ່ຈະເບິ່ງແຍງ ແລະ ສະໜັບສະໜູນນ້ອງໆນັກກິລາ ແລະ ຜູ້ເຂົ້າຮ່ວມແຂ່ງຂັນທຸກທ່ານ
ພວກເຮົາຮູ້ສຶກຍິນດີເປັນຢ່າງຍິ່ງທີ່ໄດ້ເປັນສ່ວນໜຶ່ງຂອງກິດຈະກຳທີ່ສົ່ງເສີມສຸຂະພາບຮ່າງກາຍ ແລະ ຈິດໃຈຜ່ານການຫຼິ້ນກິລາໃນຄັ້ງນີ້ ພ້ອມມຸ່ງໝັ້ນ ແລະ ສະໜັບສະໜູນຊຸມຊົນໃຫ້ມີສຸຂະພາບທີ່ແຂງແຮງ ແລະ ຄຸນນະພາບຊີວິດທີ່ດີຂຶ້ນ
ໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ ພ້ອມເບິ່ງແຍງ ແລະ ໃຫ້ກຳລັງໃຈ?ນ້ອງໆຫຼິ້ນກິລາຢ່າງປອດໄພ ແລະ ເຕັມທີ່ໃນທຸກການແຂ່ງຂັນ
 
Image
Image
Image