ໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ
ຂໍ້ມູນຂ່າວສານ

**ຂ່າວປະຊາສຳພັນ

ການຝຶກຊ້ອມດັ່ງກ່າວຈັດຂຶ້ນພາຍໃຕ້ການເບິ່ງແຍງຂອງທ່ານ Dr. Wattana PAREESRI ຜູ້ອຳນວຍການໂຮງໝໍກະເສມຣາດ ອິນເຕີຣ໌ເນຊັ່ນແນລ ວຽງຈັນ ໂດຍມີການຈຳລອງສະຖານະການໄຟໄໝ້ໂດຍພື້ນທີ່ຂອງໂຮງໝໍ ພ້ອມປະຕິບັດຕາມແຜນອົບພະຍົບຄົນເຈັບ ແລະ ບຸກຄະລາກອນຢ່າງເປັນລະບົບ ທີມປະຕິບັດການສຸກເສີນພາຍໃນໂຮງໝໍ (Emergency Response Team) ໄດ້ເຂົ້າຄວບຄຸມສະຖານະການພ້ອມໃຫ້ການຊ່ວຍເຫຼືອຜູ້ປ່ວຍທີ່ຕ້ອງການເບິ່ງແຍງເປັນພິເສດ ຂະນະທີ່ທີມດັບເພີງພາຍໃນຮ່ວມກັບໜ່ວຍງານພາຍນອກເຮັດວຽກຮ່ວມກັນຢ່າງມີປະສິດທິພາບ
ຜົນການຝຶກຊ້ອມ:
* ການອົບພະຍົບບຸກຄະລາກອນ ແລະ ຜູ້ປ່ວຍເປັນໄປໄດ້ຢ່າງປອດໄພ ແລະ ເປັນລະບຽບ
* ລະບົບແຈ້ງເຕືອນໄພ ແລະ ຂະບວນການສື່ສານເຮັດວຽກໄດ້ຢ່າງມີປະສິດທິພາບ
* ເຈົ້າໜ້າທີ່ທຸກຝ່າຍປະຕິບັດຕາມມາດຕະຖານຄວາມປອດໄພ ແລະ ແນວທາງປະຕິບັດສຸກເສີນໄດ້ຢ່າງຖືກຕ້ອງ
ໂຮງໝໍກະເສມຣາດ ອິນເຕີຣ໌ເນຊັ່ນແນລ ວຽງຈັນ ຕັ້ງໃຈດຳເນີນການຝຶກຊ້ອມໜີໄຟເປັນປະຈຳທຸກປີ ເພື່ອຍົກລະດັບມະຕະຖານຄວາມປອດໄພ ແລະ ສ້າງຄວາມໝັ້ນໃຈໃຫ້ແກ່ຄົນເຈັບ ພີ່ນ້ອງ ແລະ ບຸກຄະລາກອນທຸກທ່ານ
ຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມ:
ໂຮງໝໍກະເສມຣາດ ອິນເຕີຣ໌ເນຊັ່ນແນລ ວຽງຈັນ
ໂທ: +856 21 833333
ອີເມວ: This email address is being protected from spambots. You need JavaScript enabled to view it.
ເວັບໄຊສ໌: Www.kasemradvientiane.com


















