ໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ

ຂໍ້ມູນຂ່າວສານ

ໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ ໄດ້ເຂົ້າຮ່ວມງານ ''ງານສົ່ງເສີມຜູ້ປະກອບການ ແມ່ຍິງຍຸກໃໝ່ ຄັ້ງທີ IV'' ເຊິ່ງຈັດຂຶ້ນໃນວັນທີ 19-20 ມີນາ 2025 ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສຄອຊ) ໂດຍໃນງານນີ້ ທ່ານ Dr. Phommady Vesaphong ໄດ້ຂຶ້ນກ່າວຫົວຂໍ້ສຳຄັນ “ຜູ້ຍິງກັບພະຍາດມະເຮັງ ແລະ ການກຽມຄວາມພ້ອມໃນການເບິ່ງແຍງສຸຂະພາບ” ເພື່ອເສີມສ້າງຄວາມຮູ້ກ່ຽວກັບການເບິ່ງແຍງສຸຂະພາບຂອງຜູ້ຍິງ ໂດຍສະເພາະໃນເລື່ອງການປ້ອງກັນ ແລະ ຕຽມຕົວຮັບມືກັບພະຍາດມະເຮັງ
.
**ງານໃນຄັ້ງນີ້ຈັດຂຶ້ນເພື່ອສົ່ງເສີມຜູ້ປະກອບການຍິງຍຸກໃໝ່ ແລະ ເປັນໂອກາດໃນການສະໜັບສະໜູນໃຫ້ຜູ້ຍິງສາມາດກ້າວເຂົ້າສູ່ຄວາມເປັນຜູ້ນຳໃນອານາຄົດ ທັງໃນເລື່ອງຂອງການເບິ່ງແຍງສຸຂະພາບ ແລະ ໃນທຸລະກິດ ໂຮງໝໍກະເສມຣາດ ອິນເຕີຣ໌ເນຊັ່ນແນລ ວຽງຈັນ ຮູ້ສຶກຍິນດີທີ່ໄດ້ມີສ່ວນຮ່ວມໃນກິດຈະກຳນີ້ ແລະ ມຸ່ງໝັ້ນທີ່ຈະສະໜັບສະໜູນການພັດທະນາຜູ້ຍິງໃນທຸກດ້ານ ທັງໃນເລື່ອງຂອງການເບິ່ງແຍງສຸຂະພາບ ແລະ ການເສີມສ້າງສັກກະຍະພາບໃນການເປັນຜູ້ປະກອບການຍຸກໃໝ່**
Image
Image
Image
Image
Image
Image
Image
Image
Image
Image