ໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ
ຂໍ້ມູນ & ຂ່າວສານ

ໃນວັນທີ 22 ສິງຫາ 2025 ທີ່ຜ່ານມາ ພະແນກຫົວໃຈ ໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ ຮ່ວມກັບພະແນກການຕະຫຼາດ ແລະ ບໍລິສັດໄຟຟ້າລາວ ໄດ້ຈັດກິດຈະກຳສຳມະນາວິຊາການພາຍໃຕ້ຫົວຂໍ້ “Cardiac Disease and Successful Experience in Lao PDR”
ງານນີ້ໄດ້ຮັບຄວາມສົນໃຈຈາກຜູ້ບໍລິຫານ ແລະ ເຈົ້າໜ້າທີ່ຂອງບໍລິສັດໄຟຟ້າລາວ
ພາຍໃນງານອັດແໜ້ນໄປດ້ວຍກິດຈະກຳທີ່ຫຼາກຫຼາຍ ແລະ ເປັນປະໂຫຍດເຊັ່ນ: ສຳມະນາວິຊາການກ່ຽວກັບພະຍາດຫົວໃຈ ພ້ອມແຊຣ໌ປະສົບການໂດຍກົງຈາກຄົນເຈັບທີ່ປະສົບຜົນສຳເລັດໃນການຮັກສາກັບພະແນກຫົວໃຈຂອງພວກເຮົາ
ຊ່ວງແລກປ່ຽນຄວາມາຮູ້ ແລະ ຖາມ-ຕອບ ກັບຜູ້ຊ່ຽວຊານດ້ານຫົວໃຈໄດ້ແກ່ ດຣ. ສຸພະການ ປັນທາ ແລະ ດຣ. ອະພິຊາດ ຕຽວສະກຸນ
ການຄັດກອງພະຍາດເສັ້ນເລືອດຫົວໃຈ CV Risk Score ຫຼາຍເຖິງ 1,079 ຄົນກວດຄວາມດັນໂລຫິດ ວັດຮອບແອວ ແລະ ໃຫ້ຄຳປຶກສາຈາກແພດຜູ້ຊ່ຽວຊານແບບບໍ່ເສຍຄ່າໃຊ້ຈ່າຍ
ກິດຈະກຳຕອບຄຳຖາມຊິງລາງວັນເພື່ອເສີມຄວາມຮູ້ເລື່ອງພະຍາດຫົວໃຈໃນບັນຍາກາດທີ່ມ່ວນຊື່ນ
ສຽງຕອບຮັບຈາກຜູ້ຮ່ວມງານຕ່າງຊົມເຊີຍ ແລະ ປະທັບໃຈສັກກະຍະພາບຂອງພະແນກຫົວໃຈໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ ທີ່ພ້ອມໃຫ້ບໍລິການ ແລະ ຄວາມຮູ້ແກ່ສັງຄົມຢ່າງມືອາຊີບ




