ໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ
ຂໍ້ມູນ & ຂ່າວສານ
ໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ ເປີດໂຕ “ສູນມະເຮັງເຕົ້ານົມ” ຍົກລະດັບການເບິ່ງແຍງພະຍາດມະເຮັງແບບຄົບວົງຈອນ “ການຈັດການມະເຮັງເຕົ້ານົມຍຸກໃໝ່ ຕັ້ງແຕ່ການກວດຄັດກອງ ຈົນເຖິງການຮັກສາແບບສະເພາະ” ສູ່ມາດຕະຖານສາກົນໃນ ສປປ ລາວ
ນະຄອນຫຼວງວຽງຈັນ, ສປປ ລາວ - ໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ ເຊິ່ງເປັນໂຮງໝໍເອກະຊົນແຫ່ງທຳອິດໃນ ສປປ ລາວ ທີ່ໄດ້ຮັບຮອງມາດຕະຖານສາກົນຈາກ Joint Commission International (JCI) ເດີນໜ້າຍົກລະດັບການໃຫ້ບໍລິການທາງການແພດຢ່າງຕໍ່ເນື່ອງດ້ວຍການເປີດໂຕ ສູນມະເຮັງເຕົ້ານົມ (Breast Cancer Center) ຢ່າງເປັນທາງການເມື່ອວັນທີ 20 ມີນາ 2026
ສູນມະເຮັງເຕົ້ານົມແຫ່ງນີ້ໄດ້ຮັບການພັດທະນາຂຶ້ນເພື່ອໃຫ້ບໍລິການເບິ່ງແຍງຄົນເຈັບຢ່າງຄົບວົງຈອນຕັ້ງແຕ່ການກວດຄັດກອງ ການກວດວິເຄາະໄປຈົນເຖິງການຮັກສາແບບສະເພາະບຸກຄົນ (Personalized Treatment) ໂດຍອາໄສຄວາມຮ່ວມມືທາງວິຊາການກັບທີມແພດຜູ້ຊ່ຽວຊານຈາກຕ່າງປະເທດ ເພື່ອຍົກລະດັບມາດຕະຖານການຮັກສາໃຫ້ທຽບເທົ່າລະດັບສາກົນ
ດຣ. ວັດທະນາ ພາຣີສີ ຜູ້ອຳນວຍການໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ ກ່າວວ່າ:
“ໃນຖານະໂຮງໝໍເອກະຊົນແຫ່ງທຳອິດໃນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ໄດ້ຮັບການຮອງຮັບມາດຕະຖານສາກົນຈາກ Joint Commission International (JCI) ໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ ມຸ່ງໝັ້ນໃນການຍົກລະດັບຄຸນນະພາບໃນການຮັກສາຄວາມປອດໄພຂອງຄົນເຈັບ ແລະ ການໃຫ້ບໍລິການມາດຕະຖານສາກົນຢ່າງຕໍ່ເນື່ອງ ນອກຈາກການຮັກສາມາດຕະຖານດັ່ງກ່າວ ໂຮງໝໍຍັງຄົງເດີນໜ້າພັດທະນາສັກກະຍະພາບໂດຍການນຳເຕັກໂນໂລຊີ ແລະ ແນວທາງການຮັກສາສະໄໝໃໝ່ເຂົ້າມາໃຫ້ບໍລິການຢ່າງຕໍ່ເນື່ອງ.
ການຈັດຕັ້ງສູນມະເຮັງເຕົ້ານົມໃນຄັ້ງນີ້ເກີດຈາກຄວາມຮ່ວມມືທາງວິຊາການ ໂດຍໄດ້ຮັບການສະໜັບສະໜູນຈາກ ທ່ານ ສາດສະດາຈານ ປອ ດຣ. ສະເຫຼີມ ຫານພານິດ ກຳມະການບໍລິສັດ ປະທານກຳມະການບໍລິຫານ ແລະ ປະທານເຈົ້າໜ້າທີ່ບໍລິຫານ ບໍລິສັດບາງກອກເຊນ ຮອດປິໂທ ຈຳກັດ (ມະຫາຊົນ) ແລະ ຮອງສາດສະດາຈານ ດຣ. ປະກາສິດ ຈິລັບປະພາ ແພດຜູ້ຊ່ຽວຊານດ້ານສັນລະຍະກຳເຕົ້ານົມ ແລະ ຕ່ອມໄຮ້ທໍ່ ພາກວິຊາສັນລະຍະສາດ ຄະນະແພດສາດໂຮງໝໍລາມາທິບໍດີ ມະຫາວິທະຍາໄລ ມະຫິດດົນ.
ສູນມະເຮັງເຕົ້ານົມໄດ້ເປີດໃຫ້ບໍລິການຢ່າງເປັນທາງການເມື່ອວັນທີ 20 ມີນາ 2026 ແລະ ນັບເປັນອີກໜຶ່ງກ້າວສຳຄັນໃນການຍົກລະດັບການຮັກສາພະຍາດມະເຮັງໃນ ສປປ ລາວ ໃຫ້ມີຄວາມຄົບວົງຈອນ ທັນສະໄໝ ແລະ ໄດ້ມາດຕະຖານລະດັບສາກົນ”
ການເປີດສູນໃນຄັ້ງນີ້ສະທ້ອນເຖິງຄວາມມຸ່ງໝັ້ນຂອງໂຮງໝໍໃນການພັດທະນາບໍລິການດ້ານພະຍາດມະເຮັງ ແລະ ເສີມສ້າງຄວາມເຊື່ອໝັ້ນໃຫ້ກັບຄົນເຈັບທັງໃນປະເທດ ແລະ ຕ່າງປະເທດ















สอบถามข้อมูลเพิ่มเติม
ฝ่ายการตลาดและประชาสัมพันธ์
โรงพยาบาลเกษมราษฎร์ อินเตอร์เนชั่นแนล เวียงจันทน์
โทร: +856 21 833 333 อีเมล: This email address is being protected from spambots. You need JavaScript enabled to view it.
