KIH VIENTIANE

ບົດຄວາມ

** ທຸກຄົນສ່ຽງເປັນມະເຮັງຈາກເຊື້ອໄວຣັສ HPV ໄດ້ໂດຍບໍ່ເລືອກເພດ!**
ຜູ້ຊາຍກໍ່ສາມາດຕິດເຊື້ອ HPV ໄດ້ເຊັ່ນກັນ HPV ຍັງສາມາດເຮັດໃຫ້ເກີດບັນຫາສຸຂະພາບໃນຜູ້ຊາຍໄດ້ ເຊັ່ນ: HPV ສາມາດເຮັດໃຫ້ເກີດມະເຮັງບ່ອນອະໄວຍະວະສືບພັນ ລວມເຖິງມະເຮັງຊ່ອງປາກ ແລະ ຮູຄໍ ມະເຮັງທະວານໜັກ ແລະ ມະເຮັງອົງຄະຊາດ. HPV ຍັງສາມາດເຮັດໃຫ້ເກີດຫູດຫອນໄກ່ທີ່ອະໄວຍະວະເພດ ແລະ ບໍລິເວນອື່ນໆທົ່ວຮ່າງກາຍ
•••••••••••••••••••••••••••

ການປ້ອງກັນ

ເຮົາສາມາດປ້ອງກັນ HPV ດ້ວຍການສັກວັກຊີນ ຊ່ວຍປ້ອງກັນສູງໄດ້ເຖິງ 90% ເຖິງແມ່ນວ່າການສັກວັກຊີນ HPV ໃນປະຈຸບັນສ່ວນໃຫຍ່ຈະແມ່ນເພດຍິງກໍ່ຕາມ ແຕ່ການສັກວັກຊີນປ້ອງກັນເຊື້ອ HPV ໃນເພດຊາຍກໍ່ສຳຄັນບໍ່ແພ້ກັນ ເພື່ອປ້ອງກັນການຕິດຕໍ່ໄປຍັງຄູ່ນອນຂອງຕົນອີກດ້ວຍ ໂດຍການຮັບວັກຊີນຈະມີປະສິດທິພາບທີ່ສຸດຖ້າເຮົາໄດ້ຮັບວັກຊີນຕັ້ງແຕ່ກ່ອນທີ່ຈະມີເພດສຳຄັນຄັ້ງທຳອິດຖືເປັນວິທີທີ່ດີທີ່ສຸດໃນການປ້ອງກັນການຕິດເຊື້ອ HPV ໃນປະຈຸບັນ
•••••••••••••••••••••••••••••••••••
ຫຼຸດຄວາມສ່ຽງ ປ້ອງກັນມະເຮັງປາກມົດລູກ ແລະ ພະຍາດທີ່ເກີດຈາກເຊື້ອ HPV ໄດ້ດ້ວຍການສັກວັກຊີນປ້ອງກັນເຊື້ອ HPV 9 ສາຍພັນ 2ເຂັມ ລາຄາ 12,000,000ກີບ / 3ເຂັມ
ລາຄາ 19,000,000ກີບ ໃນລາຄາພິເສດຈາກທາງໂຮງໝໍກະເສມຣາດ ອິນເຕີຣ໌ເນຊັ່ນແນລ ວຽງຈັນ ການຮູ້ຈັກ ແລະ ເຂົ້າໃຈ HPV ຈະຊ່ວຍໃຫ້ຜູ້ຊາຍສາມາດປ້ອງກັນຕົນເອງ ແລະ ຫຼຸດຄວາມສ່ຽງຕໍ່ບັນຫາສຸຂະພາບໃນອະນາຄົດໄດ້
••••••••••••••••••••••••••
ວັກຊີນ HPV ສັກຈັກເຂັມ?
*ອາຍຸ 9-15ປີ ສັກ 2 ເຂັມ (ກ່ອນວັນເກີດຄົບ 15ປີ)
*ອາຍຸ 15ປີ ຂຶ້ນໄປ ສັກ 3 ເຂັມ

 

 

Image