KIH VIENTIANE

ຂໍ້ມູນຂ່າວສານ

ໃນວັນທີ 24 ສິງຫາ 2024 ໂຮງໝໍກະເສມຣາດ ອິນເຕີຣ໌ເນຊັ່ນແນລ ວຽງຈັນ (Kasemrad International Hospital Vientiane) ໄດ້ຈັດກິດຈະກຳຄົບຮອບ 3 ປີ ??ແລະ ກິດຈະກຳ Mother Class ຄັ້ງທີ 4 ໂດຍມີ ທ່ານ ກັນຕະພອນ ຫານພານິດ ຮອງກຳມະການຜູ້ຈັດການຝ່າຍການຕະຫຼາດ ບໍລິສັດ Bangkok Chain Hospital Public Company Limited ທ່ານ ນາງ ປີຍາດາ ສິດທາໄຊ ໃຫ້ສຳພາດການເບິ່ງແຍງສຸຂະພາບຫຼັງແຕ່ງງານ ແລະ ກ່ຽວກັບການຝາກໄຂ່. ທ່ານ ດຣ ພົມມະດີ ເວດສະພົງ ຮອງຜູ້ອຳນວຍການໂຮງໝໍກະເສມຣາດ ອິນເຕີຣ໌ເນຊັ່ນແນລ ວຽງຈັນ ໃຫ້ກຽດມອບຂອງລາງວັນໃຫ້ກັບຜູ້ທີ່ຊື້ແພັກເກັດພາຍໃນງານ? ຍັງບໍ່ໝົດພຽງເທົ່ານັ້ນຍັງມີທ່ານໝໍໃຫ້ຄວາມຮູ້ເລື່ອງສຸຂະພາບຂອງແມ່ໆໃນຫວ່າງຖືພາ ແລະ ຫຼັງເກີດລູກ ນຳໂດຍທ່ານ ຮອງສາດສະດາຈານ ດຣ. ກຸດສະທິນ ບູຣະນະວິດ ແລະ ທ່ານ ດຣ. ພາວິນີ ການຈະນະຖະຫວັນ. ທາງໂຮງໝໍຂໍຂອບໃຈທຸກທ່ານທີ່ເຂົ້າຮ່ວມໃນກິດຈະກຳຂອງພວກເຮົາ ແລະ ທີ່ຂາດໄປບໍ່ໄດ້ຂໍຂອບໃຈຜູ້ສະໜັບສະໜູນທຸກໆທ່ານທີ່ໃຫ້ການສະໜັບສະໜູນກັບທາງໂຮງໝໍທີ່ດີສະເໝີມາ ແລ້ວພົບກັບກິດຈະກຳ Mother Class ຄັ້ງຕໍ່ໄປໃນເດືອນຕຸລາ 2024 ນີ້ ຂໍຂອບໃຈ??

Image
Image
Image
Image
Image
Image
Image
Image
Image
Image
Image
Image