KIH VIENTIANE

ຂໍ້ມູນ & ຂ່າວສານ

ສະຫຼອງຄົບຮອບ 3 ປີ ກິດຈະກຳປະກວດຕຸ້ຍພີ Queen

ໃນວັນທີ 24 ສິງຫາ 2024 ໂຮງໝໍກະເສມຣາດ ອິນເຕີຣ໌ເນຊັ່ນແນລ ວຽງຈັນ (Kasemrad International Hospital Vientiane) ໄດ້ຈັດກິດຈະກຳຄົບຮອບ 3 ປີ ແລະ ກິດຈະກຳຕຸ້ຍພີ Queen ໄດ້ຮັບກຽດຈາກ ທ່ານ ກັນຕະພອນ ຫານພານິດ ຮອງກຳມະການຜູ້ຈັດການຝ່າຍການຕະຫຼາດ ບໍລິສັດ Bangkok Chain Hospital Public Company Limited ໄດ້ມອບມົງກຸດ ແລະ ສາຍສະພາຍໃຫ້ແກ່ຜູ້ຊະນະເລີດ ທ່ານ ນາງ ເມລິສາ ລຸນລາວົງ ໄດ້ຮັບການຜ່າຕັດກະເພາະມູນຄ່າ 200,000,000ກີບ ໂດຍທ່ານໝໍ ອັດສະດາຍຸດ ນັນທາ ສັນລະຍະແພດ(ຊ່ຽວຊານດ້ານຜ່າຕັດກະເພາະເພື່ອຫຼຸດນ້ຳໜັກ) ໂຮງໝໍກະເສມຣາດ ອິນເຕີຣ໌ເນຊັ່ນແນລ ວຽງຈັນ. ການຈັດງານໃນຄັ້ງນີ້ໄດ້ຮັບຄວາມສົນໃຈ ແລະ ຜູ້ເຂົ້າຮ່ວມແຂ່ງຂັນເປັນຈຳນວນຫຼາຍ ທາງໂຮງໝໍຂໍສະໜັບສະໜູນໃຫ້ທຸກຄົນທີ່ບໍ່ມີຄວາມໝັ້ນໃຈໃນຮູບຮ່າງໄດ້ສະແດງຄວາມສາມາດ ແລະ ກ້າສະແດງອອກ ແລ້ວພົບກັບກິດຈະກຳດີໆແບບນີ້ໃນປີໜ້າເດີ້

Image
Image
Image
Image
Image
Image
Image
Image
Image
Image
Image
Image