KIH VIENTIANE

New & Update

BCH ຕ້ອນຮັບຄະນະຜູ້ບໍລິຫານ DBS Vickers ແລະ ຜູ້ຈັດການກອງທຶນ ເຂົ້າຢ້ຽມຢາມໂຮງໝໍກະເສມຣາດອິນເຕີຣ໌ເນຊັ່ນແນລ ວຽງຈັນ

Image

ເມື່ອວັນທີ 12 ກັນຍາ 2567 - ບໍລິສັດ Bangkok Chain Hospital Public Company Limited ນຳໂດຍ ທ່ານ ສາດສະດາຈານ ປອ ດຣ ສະເຫຼີມ ຫານພານິດ ປະທານເຈົ້າໜ້າທີ່ບໍລິຫານ ຮ່ວມກັບ ທ່ານ ດຣ ຈັກກະພັນ ພົງສະຖຽນ ຜູ້ອຳນວຍການໂຮງໝໍກະເສມຣາດອິນເຕີຣ໌ເນຊັ່ນແນລ ວຽງຈັນ ຕ້ອນຮັບຄະນະຜູ້ບໍລິຫານຈາກບໍລິສັດ DBS Vickers ແລະ ຜູ້ຈັດການກອງທຶນ ເພື່ອເຂົ້າຢ້ຽມຢາມການດຳເນີນງານຂອງໂຮງໝໍກະເສມຣາດອິນເຕີຣ໌ເນຊັ່ນແນລ ວຽງຈັນ ເຊິ່ງເປັນໂຮງໝໍເອກະຊົນທີ່ໃຫຍ່ ແລະມີສູນການແພດສະເພາະທາງຫຼາກຫຼາຍສາຂາ ເຊັ່ນ: ສູນຫົວໃຈ ຄົບວົງຈອນ ສູນລະບົບປະສາດແລະສະໝອງ ສູນແມ່ແລະເດັກ ສູນຟອກໄຂ່ຫຼັງ ສູນທັນຕະກຳ ສູນຜ່າຕັດສັນຍະກຳ ແລະ ສູນກວດສຸຂະພາບ ທີ່ມີມາດຕະຖານໃຫ້ບໍລິການໂຮງໝໍຈາກປະເທດໄທແຫ່ງທຳອິດໃນ ສປປ ລາວ
ໃນຄັ້ງນີ້ ຝ່າຍການຕະຫຼາດຂອງໂຮງໝໍກະເສມຣາດອິນເຕີຣ໌ເນຊັ່ນແນລ ວຽງຈັນ ຍັງໄດ້ຈັດກິດຈະກຳ The World Heart Day 2024 ຮ່ວມກັບ ທະນາຄານ Maruhan Japan Bank Lao ແລະ ບໍລິສັດປະກັນຊີວິດ Prudential Lao ຮ່ວມກັນຈັດໂປຣແກຣມກວດສຸຂະພາບເບື້ອງຕົ້ນໂດຍບໍ່ມີຄ່າໃຊ້ຈ່າຍໃດໆ ໄດ້ແກ່ ການກວດນ້ຳຕານໃນເລືອດ ກວດວັດຄື້ນໄຟຟ້າຫົວໃຈ ກວດປະເມີນຄວາມສ່ຽງດ້ານໂລກຫົວໃຈ ແລະ ກວດຫາໝວດເລືອດພ້ອມຮັບບັດໝວດເລືອດ ແລະ ສ່ວນຫຼຸດຄ່າຢາ ຄ່າຫ້ອງພັກ 10% ເຊິ່ງໄດ້ຮັບຄວາມສົນໃຈຈາກປະຊາຊົນເປັນຈຳນວນຫຼາຍ

Image
Image
Image
Image