ໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ

ຂໍ້ມູນຂ່າວສານ

Image
**ຂ່າວປະຊາສຳພັນ? ? ?
ໂຮງໝໍກະເສມຣາດ ອິນເຕີຣ໌ເນຊັ່ນແນລ ວຽງຈັນ ຈັດການຊ້ອມໜີໄຟປະຈຳປີ 2025
? ໂຮງໝໍກະເສມຣາດ ອິນເຕີຣ໌ເນຊັ່ນແນລ ວຽງຈັນ ໄດ້ດຳເນິນການຊ້ອມໜີໄຟປະຈຳປີ 2025 ເພື່ອເສີມສ້າງຄວາມປອດໄພ ແລະ ຄວາມພ້ອມໃນການຮັບມື ກັບສະຖານະການສຸກເສີນ ໂດຍມີບຸກຄະລາກອນທາງການແພດ ເຈົ້າໜ້າທີ່ໂຮງໝໍ ແລະ ຜູ້ກ່ຽວຂ້ອງເຂົ້າຮ່ວມການຝຶກຊ້ອມຄັ້ງນີ້
ການຝຶກຊ້ອມດັ່ງກ່າວຈັດຂຶ້ນພາຍໃຕ້ການເບິ່ງແຍງຂອງທ່ານ Dr. Wattana PAREESRI ຜູ້ອຳນວຍການໂຮງໝໍກະເສມຣາດ ອິນເຕີຣ໌ເນຊັ່ນແນລ ວຽງຈັນ ໂດຍມີການຈຳລອງສະຖານະການໄຟໄໝ້ໂດຍພື້ນທີ່ຂອງໂຮງໝໍ ພ້ອມປະຕິບັດຕາມແຜນອົບພະຍົບຄົນເຈັບ ແລະ ບຸກຄະລາກອນຢ່າງເປັນລະບົບ ທີມປະຕິບັດການສຸກເສີນພາຍໃນໂຮງໝໍ (Emergency Response Team) ໄດ້ເຂົ້າຄວບຄຸມສະຖານະການພ້ອມໃຫ້ການຊ່ວຍເຫຼືອຜູ້ປ່ວຍທີ່ຕ້ອງການເບິ່ງແຍງເປັນພິເສດ ຂະນະທີ່ທີມດັບເພີງພາຍໃນຮ່ວມກັບໜ່ວຍງານພາຍນອກເຮັດວຽກຮ່ວມກັນຢ່າງມີປະສິດທິພາບ
ຜົນການຝຶກຊ້ອມ:
* ການອົບພະຍົບບຸກຄະລາກອນ ແລະ ຜູ້ປ່ວຍເປັນໄປໄດ້ຢ່າງປອດໄພ ແລະ ເປັນລະບຽບ
* ລະບົບແຈ້ງເຕືອນໄພ ແລະ ຂະບວນການສື່ສານເຮັດວຽກໄດ້ຢ່າງມີປະສິດທິພາບ
* ເຈົ້າໜ້າທີ່ທຸກຝ່າຍປະຕິບັດຕາມມາດຕະຖານຄວາມປອດໄພ ແລະ ແນວທາງປະຕິບັດສຸກເສີນໄດ້ຢ່າງຖືກຕ້ອງ
ໂຮງໝໍກະເສມຣາດ ອິນເຕີຣ໌ເນຊັ່ນແນລ ວຽງຈັນ ຕັ້ງໃຈດຳເນີນການຝຶກຊ້ອມໜີໄຟເປັນປະຈຳທຸກປີ ເພື່ອຍົກລະດັບມະຕະຖານຄວາມປອດໄພ ແລະ ສ້າງຄວາມໝັ້ນໃຈໃຫ້ແກ່ຄົນເຈັບ ພີ່ນ້ອງ ແລະ ບຸກຄະລາກອນທຸກທ່ານ
ຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມ:
ໂຮງໝໍກະເສມຣາດ ອິນເຕີຣ໌ເນຊັ່ນແນລ ວຽງຈັນ
ໂທ: +856 21 833333
ອີເມວ: This email address is being protected from spambots. You need JavaScript enabled to view it.
ເວັບໄຊສ໌: Www.kasemradvientiane.com
Image
Image
Image
Image
Image
Image
Image
Image
Image
Image
Image
Image
Image
Image
Image
Image
Image
Image