ໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ
ຂໍ້ມູນຂ່າວສານ
ເມື່ອວັນທີ 9 ມີນາ 2025 ທີ່ຜ່ານມາ ໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ ໄດ້ເຂົ້າຮ່ວມກິດຈະກຳ Vientiane International Haft Marathon 2025 ນຳໂດຍ ທ່ານ ດຣ. ກະລິນ ພະນົມມາດ ຜູ້ອຳນວຍການຝ່າຍການແພດຂອງໂຮງໝໍໄດ້ເຂົ້າຮ່ວມແຂ່ງຂັນ ແລະ ຮັບລາງວັນຜູ້ສະໜັບສະໜູນໃນງານຄັ້ງນີ້
ນອກຈາກນີ້ ໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ ຍັງໄດ້ຈັດກຽມພະຍາບານພະແນກສຸກເສີນປະຈຳຈຸດ ແລະ ລົດສຸກເສີນເພື່ອໃຫ້ບໍລິການ ແລະ ຊ່ວຍເຫຼືອຜູ້ເຂົ້າແຂ່ງຂັນທຸກທ່ານຢ່າງເຕັມທີ່
ເຮົາຮູ້ສຶກຍິນດີທີ່ໄດ້ເປັນສ່ວນໜຶ່ງໃນການສະໜັບສະໜູນກິດຈະກຳໃນຄັ້ງນີ້ ແລະ ຂໍຂອບໃຈທຸກທ່ານທີ່ເຂົ້າຮ່ວມເພື່ອສົ່ງເສີມການຫຼິ້ນກິລາ ແລະ ການອອກກຳລັງກາຍເພື່ອສຸຂະພາບທີ່ດີ ແລະ ແຂງແຮງ










