ໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ
ຂໍ້ມູນຂ່າວສານ
ກິດຈະກຳທຳຄວາມສະອາດ ແລະ ປັບປຸງທັດສະນິຍະພາບເສັ້ນທາງ 3 ແຍກທາງລົງ ບ້ານ ດອນນົກຂຸ້ມ ຫາ ໄຟແດງດອນກອຍ ຈັດຂຶ້ນໃນວັນອາທິດທີ 16 ມີນາ 2025 ເວລາ 6.00 ໂດຍເລີ່ມຕົ້ນທີ່ບໍລິເວນດ້ານໜ້າ ໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ ກິດຈະກຳນີ້ຈັດຂຶ້ນເພື່ອກຽມຄວາມພ້ອມຕ້ອນຮັບວັນຄົບຮອບ 70 ປີ ຂອງການສ້າງຕັ້ງພັກປະຊາຊົນປະຕິວັດລາວ (22 ມີນາ 1955 - 22 ມີນາ 2025) ແລະ ກຽມຄວາມພ້ອມກອງປະຊຸມໃຫຍ່ຂອງອົງຄະນະພັກ ເມືອງ ສີສັດຕະນາກ ຄັ້ງທີ 8 ໃນອານາຄົດ








