ໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ

ຂໍ້ມູນຂ່າວສານ

14 ມິຖຸນາ: ວັນບໍລິຈາກເລືອດໂລກ “ໃຫ້ເລືອດ ໃຫ້ຄວາມຫວັງ ຮ່ວມໃຈກັນຊ່ວຍຊີວິດ” (Give blood, give hope: Together we save lives)
Image
14 ມິຖຸນາ: ວັນບໍລິຈາກເລືອດໂລກ “ໃຫ້ເລືອດ ໃຫ້ຄວາມຫວັງ ຮ່ວມໃຈກັນຊ່ວຍຊີວິດ” (Give blood, give hope: Together we save lives)
ໃນທຸກຫຍົດເລືອດ ຄືໂອກາດໃນການໃຊ້ຊີວິດໃຫມ່ ແລະ ສຳລັບທຸກຄົນທີ່ລຸກຂຶ້ນມາບໍລິຈາກເລືອດພວກທ່ານຄືຮີໂລ້?
ເມື່ອວັນທີ 12 ມິຖຸນາ 2025 ທີ່ຜ່ານມາ ໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ ໄດ້ຮ່ວມມືກັບ ອົງການກາແດງແຫ່ງຊາດລາວຈັດກິດຈະກຳລົນນະລົງບໍລິຈາກເລືອດທີ່ ສູນການຄ້າລາວໄອເຕັກ ເພື່ອສະເຫຼີມສະຫຼອງວັນບໍລິຈາກເລືອດໂລກ ພາຍໃນງານເຕັມໄປດ້ວຍບັນຍາກາດແຫ່ງນ້ຳໃຈ ແລະ ຄວາມຫວັງ ໂດຍມີ ທ່ານ ດຣ ກະລິນ ພະນົມມາດ ຜູ້ອຳນວຍການຝ່າຍການແພດ ນຳທີມພະຍາບານ ແລະ ເຈົ້າໜ້າທີ່ໂຮງໝໍຮ່ວມຕ້ອນຮັບຜູ້ບໍລິຈາກດ້ວຍ ນ້ຳດື່ມ ຂະໜົມ ແລະ ຄູປອງກວດຄື້ນໄຟຟ້າຫົວໃຈ (EKG) ຟຣີ ເພື່ອເປັນຂອງຂວັນເລັກໆນ້ອຍໆ ສຳລັບຄວາມເສຍສະຫຼະອັນຍິ່ງໃຫຍ່??✨
ເຮົາຂໍຂອບໃຈທຸກທ່ານຈາກໃຈທີ່ຮ່ວມເປັນພະລັງສຳຄັນໃນການ ”ໃຫ້ຊີວິດ” ແດ່ເພື່ອນມະນຸດ ເລືອດຂອງທ່ານອາດກາຍເປັນຄວາມຫວັງສຸດທ້າຍຂອງໃຜບາງຄົນໃນມື້ນີ້
ເພາະການໃຫ້..ຄືຂອງຂວັນທີ່ລ້ຳຄ່າທີ່ສຸດ
 
Image
Image
Image
Image
Image
Image
Image