ໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ

ຂໍ້ມູນຂ່າວສານ

ໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ ຮ່ວມມືກັບບໍລິສັດພົງສະຫວັນປະກັນໄພ (APA) ຍົກລະດັບສຸຂະພາບຂອງລາວ ຕັ້ງແຕ່ວັນທີ 15 ກໍລະກົດ 2025 ເປັນຕົ້ນໄປ.
Image
ໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ ຮ່ວມມືກັບບໍລິສັດພົງສະຫວັນປະກັນໄພ (APA) ຍົກລະດັບສຸຂະພາບຂອງລາວ ຕັ້ງແຕ່ວັນທີ 15 ກໍລະກົດ 2025 ເປັນຕົ້ນໄປ.
ການຮ່ວມມືລະຫວ່າງ ໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ ແລະ ບໍລິສັດພົງສະຫວັນປະກັນໄພ (APA) ຈະມີຜົນຢ່າງເປັນທາງການພາຍໃຕ້ບັນທຶກຂໍ້ຕົກລົງຮ່ວມມື (MOU) ທີ່ທັງສອງອົງກອນໄດ້ລົງນາມຮ່ວມກັນ ເມື່ອວັນທີ 10 ກໍລະກົດ 2025 ທີ່ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ຈຸດມຸ່ງໝາຍຫຼັກຂອງການຮ່ວມມືໃນຄັ້ງນີ້ຄື: ການຍົກລະດັບຄຸນນະພາບລະບົບບໍລິການສຸຂະພາບ ແລະ ປະກັນສຸຂະພາບໃນ ສປປ ລາວ ໃຫ້ມີມາດຕະຖານສູງຂຶ້ນ ຄອບຄຸມ ແລະ ຍືນຍົງ ໂດຍມີສາລະສຳຄັນຂອງຄວາມຮ່ວມມືດັ່ງນີ້:
ໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ ຈະໃຫ້ບໍລິການຮັກສາພະຍາບານດ້ວຍເຕັກໂນໂລຊີ ແລະ ນະວັດຕະກຳທາງການແພດທີ່ທັນສະໄໝຖ່າຍທອດຄວາມຊ່ຽວຊານທາງການແພດ ສະໜັບສະໜູນສັກກະຍະພາບດ້ານສາທາລະນະສຸກຂອງລາວ
ບໍລິສັດພົງສະຫວັນປະກັນໄພ (APA) ຈະມອບຄວາມຄຸ້ມຄອງດ້ານປະກັນສຸຂະພາບໃຫ້ແກ່ປະຊາຊົນ ອຳນວຍຄວາມສະດວກໃນການໃຊ້ສິດປະກັນໃນການເຂົ້າຮັບບໍລິການທາງການແພດ ການລົງນາມໃນຄັ້ງນີ້ມີຜູ້ບໍລິຫານລະດັບສູງຂອງທັງສອງອົງກອນຮ່ວມເປັນສັກຂີພະຍານ ແລະ ຮ່ວມກັນສະແດງເຈດຕະນາໃນການຍົກລະດັບຄຸນນະພາບຊີວິດຂອງປະຊາຊົນພ້ອມວາງຮາກຖານລະບົບບໍລິການສຸຂະພາບທີ່ປະຊາຊົນເຂົ້າເຖິງໄດ້ງ່າຍ ປອດໄພ ແລະ ມີຄຸນນະພາບ ຄວາມຮ່ວມມືນີ້ຖືເປັນກ້າວສຳຄັນຂອງການເຊື່ອມໂຍງເຄືອຄ່າຍສຸຂະພາບລະຫວ່າງ ລາວ - ໄທ ແລະ ຍັງສະທ້ອນເຖິງວິໄສທັດຮ່ວມກັນໃນການພັດທະນາມາດຕະຖານການເບິ່ງແຍງສຸຂະພາບໃນພູມິພາກຢ່າງແທ້ຈິງ?\