ໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ

ຂໍ້ມູນ & ຂ່າວສານ

ໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ ໄດ້ເຂົ້າຮ່ວມກິດຈະກຳສຳມະນາວິຊາການດ້ານເສດຖະກິດຄັ້ງທີ 4 ແລະ ນິທັດສະການການລົງທຶນຂອງໄທກັບການພັດທະນາທີ່ຍືນຍົງໃນ ສປປ ລາວ ເນື່ອງໃນວາລະສະເຫຼີມສະຫຼອງຄົບຮອບ 75 ປີ ການສ້າງຕັ້ງສາຍພົວພັນການທູດ ໄທ - ລາວ.
Image
ໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ ໄດ້ເຂົ້າຮ່ວມກິດຈະກຳສຳມະນາວິຊາການດ້ານເສດຖະກິດຄັ້ງທີ 4 ແລະ ນິທັດສະການການລົງທຶນຂອງໄທກັບການພັດທະນາທີ່ຍືນຍົງໃນ ສປປ ລາວ ເນື່ອງໃນວາລະສະເຫຼີມສະຫຼອງຄົບຮອບ 75 ປີ ການສ້າງຕັ້ງສາຍພົວພັນການທູດ ໄທ - ລາວ.
ເມື່ອວັນທີ 21 ສິງຫາ 2025, ສະຖານເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ຮ່ວມກັບ ສະມາຄົມນັກທຸລະກິດໄທ ໃນ ສປປ ລາວ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ເປັນເຈົ້າພາບຈັດກິດຈະກຳສຳມະນາວິຊາການດ້ານເສດຖະກິດຄັ້ງທີ 4 ແລະ ນິທັດສະການການລົງທຶນຂອງໄທກັບການພັດທະນາທີ່ຍືນຍົງໃນ ສປປ ລາວ ເນື່ອງໃນວາລະສະເຫຼີມສະຫຼອງຄົບຮອບ 75 ປີ ການສ້າງຕັ້ງສາຍພົວພັນການທູດ ໄທ - ລາວ ໃນຫົວຂໍ້ “ພາກທຸລະກິດໄທ ເພື່ອການເຕີບໃຫຍ່ຂອງໄທ - ສປປ ລາວ ຮ່ວມກັນຢ່າງຍືນຍົງ” ທີ່ ໂຮງແຮມສຸພັດຕຣາ ວຽງຈັນ, ນະຄອນຫຼວງວຽງຈັນ, ໂດຍມີທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ກຽດເຂົ້າຮ່ວມກິດຈະກຳສຳມະນາໃນຄັ້ງນີ້ດ້ວຍ.
ກິດຈະກຳສຳມະນາແບ່ງອອກເປັນສອງພາກຄື: (1) ແນວທາງການສົ່ງເສີມການລົງທຶນກັບການພັດທະນາແບບຍືນຍົງ ແລະ (2) ບົດບາດຂອງພາກທຸລະກິດໄທ ໃນ ສປປ ລາວ, ໂດຍມີວິທະຍາກອນຜູ້ທີ່ມີປະສົບການຈາກພາກທຸລະກິດໄທ ແລະ ສປປ ລາວ ໃນພາກສ່ວນຕ່າງໆ ທີ່ກ່ຽວຂ້ອງເຂົ້າຮ່ວມ ໄດ້ແກ່: (1) ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, (2) ສະມາຄົມທຸລະກິດທ່ອງທ່ຽວລາວ, (3) ສະມາຄົມນັກທຸລະກິດໄທໃນ ສປປ ລາວ, (4) ທະນາຄານກຸງເທບ ສາຂານະຄອນຫຼວງວຽງຈັນ, (5) ບໍລິສັດຄຳມ່ວນຊີເມັນ ຈຳກັດ, (6) ບໍລິສັດ ໄຊຍະບູລີ ພາວເວີ ຈຳກັດ, (7) ໂຮງໝໍກະເສມຣາດ ອິນເຕີຣ໌ເນຊັ່ນແນລ ວຽງຈັນ, (ບໍລິສັດ ມະຫາທຶນ ເຊົ່າສິນເຊື່ອ ມະຫາຊົນ, (9) ບໍລິສັດ ນ້ຳຕານມິດລາວ ຈຳກັດ, (10) ບໍລິສັດ ພີທີທີ ຈຳກັດ.
ແລະໃນໂອກາດດຽວກັນນີ້, ພາກທຸລະກິດໄທ 25 ບໍລິສັດໄດ້ຮ່ວມກັນຈັດນິທັດສະການການລົງທຶນກັບການພັດທະນາແບບຍືນຍົງໃນ ສປປ ລາວ ເພື່ອເນັ້ນໜັກເຖິງບົດບາດການລົງທຶນທີ່ມີຄຸນນະພາບຂອງພາກເອກະຊົນໄທ ເພື່ອການພັດທະນາບຸກຄະລາກອນ, ເສີມສ້າງຊຸມຊົນ ແລະ ຮັກສາສິ່ງແວດລ້ອມ ເພື່ອການເຕີບໃຫຍ່ທີ່ຍືນຍົງຮ່ວມກັນລະຫວ່າງໄທ ແລະ ສປປ ລາວ.
ກິດຈະກຳສຳມະນາວິຊາການດ້ານເສດຖະກິດຄັ້ງທີ 4 ຈັດຂຶ້ນໂດຍມີຈຸດປະສົງແນໃສ່ການແລກປ່ຽນປະສົບການ ແລະ ຂໍ້ຄິດເຫັນກ່ຽວກັບການລົງທຶນເພື່ອການເຕີບໃຫຍ່ທີ່ຍືນຍົງຮ່ວມກັນລະຫວ່າງໄທ ແລະ ສປປ ລາວ, ໂດຍເນັ້ນຍ້ຳເຖິງບົດບາດການລົງທຶນທີ່ມີຄຸນນະພາບຂອງໄທ ແລະ ເນັ້ນຍ້ຳຄວາມຕັ້ງໃຈທີ່ຈະເປັນຄູ່ຮ່ວມເພື່ອການພັດທະນາທີ່ຍືນຍົງ ຈາກວິໄສທັດຂອງຜູ້ແທນພາກທຸລະກິດໄທໃນພາກສ່ວນຕ່າງໆ ທີ່ໃຫ້ຄວາມສຳຄັນໃນເລື່ອງການພັດທະນາຊັບພະຍາກອນມະນຸດ, ການຍົກລະດັບຄຸນນະພາບຊີວິດ, ການຮັກສາສິ່ງແວດລ້ອມ, ການສະໜັບສະໜູນທາງດ້ານການສຶກສາ, ດ້ານສາທາລະນະສຸກ ແລະ ການພັດທະນາສັງຄົມ ແລະ ຊຸມຊົນ ແລະ ນິທັດສະການໃນຄັ້ງນີ້ໄດ້ຮັບການຕອບຮັບເປັນຢ່າງດີ ແລະ ມີຜູ້ເຂົ້າຮ່ວມຈາກພາກສ່ວນທີ່ກ່ຽວຂ້ອງທັງພາກລັດ ແລະ ເອກະຊົນຂອງໄທ ແລະ ສປປ ລາວ ຫຼາຍກວ່າ 250 ຄົນ.
Image
Image
Image
Image
Image