ໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ
ຂໍ້ມູນ & ຂ່າວສານ
ໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ ຈັດກິດຈະກຳ Big Cleaning Day
ເມື່ອວັນທີ 5 ກັນຍາ 2025 ໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ ໄດ້ຈັດກິດຈະກຳ Big Cleaning Day ເພື່ອປັບປຸງທັດສະນິຍະພາບ ແລະ ຮັກສາສະພາບແວດລ້ອມຂອງໂຮງໝໍໃຫ້ສະອາດ ສວຍງາມ ແລະ ເອື້ອຕໍ່ການໃຫ້ບໍລິການທາງການແພດຢ່າງມີຄຸນນະພາບ
ນຳທີມໂດຍ ດຣ ວັດທະນາ ພາຣີສີ ຜູ້ອຳນວຍການໂຮງໝໍ ພ້ອມດ້ວຍທີມຜູ້ບໍລິຫານ ແລະ ພະນັກງານທຸກຝ່າຍ ຮ່ວມແຮງຮ່ວມໃຈທຳຄວາມສະອາດທັງພາຍໃນ ແລະ ພາຍນອກພື້ນທີ່ຂອງໂຮງໝໍ ກິດຈະກຳຄັ້ງນີ້ບໍ່ພຽງແຕ່ຊ່ວຍຍົກລະດັບບັນຍາກາດຂອງໂຮງໝໍໃຫ້ສົດໃສ ແລະ ປອດໂປ່ງ ເທົ່ານັ້ນ ແຕ່ຍັງເປັນການສ້າງຄວາມສາມັກຄີ ແລະ ຄວາມຮ່ວມມືອັນດີຍິ່ງຂຶ້ນໃນອົງກອນອີກດ້ວຍ
ໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ ມຸ່ງໝັ້ນທີ່ຈະເບິ່ງແຍງທັງສຸຂະພາບຂອງຜູ້ຮັບບໍລິການ ແລະ ສິ່ງແວດລ້ອມທີ່ດີ



