ໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ

ຂໍ້ມູນ & ຂ່າວສານ

ຈົດໝາຍຂອບໃຈ ທີມງານໂຮງໝໍ ວັນພຸດທີ 16 ກໍລະກົດ ຄວາມຊົງຈຳທີ່ບໍ່ມີວັນລືມ, ຕອນເຊົ້າຂອງມື້ນີ້ ທຸກຢ່າງແມ່ນຢຸດຕິລົງ, ໂຊກດີທີ່ມີ ດຣ. ສຸພະການ ແລະ ທີມງານພະແນກຫົວໃຈທີ່ໄດ້ຊ່ວຍໃຫ້ຂ້ອຍມີຊີວິດລອດຕາຍໄດ້, ຂ້ອຍບໍ່ຮູ້ຈະສັນຫາຄຳເວົ້າຫຼືຄຳສັບທີ່ດີເລີດແນວໃດທີ່ສະແດງອອກ ພຽງຢາກບອກໃຫ້ທ່ານໝໍໄດ້ຮັບຮູ້ວ່າຂ້ອຍຮູ້ຊຶ້ງເຖິງບຸນຄຸນທ່ານ ແລະ ທີມງານທີ່ໄດ້ທຸ້ມເທຄວາມຮູ້ຄວາມສາມາດທັງແຮງກາຍ ແລະ ແຮງໃຈໄດ້ມອບຊີວິດໃໝ່ໃຫ້ແກ່ຂ້າພະເຈົ້າໄດ້ມີໂອກາດມີຄວາມສຸກກັບຄອບຄົວ ຂໍຂອບໃຈເຊັ່ນກັນກັບທີມງານພະຍາບານພະແນກຫົວໃຈທີ່ຍາມໃດກໍ່ຄິດເປັນຫ່ວງເປັນໃຍ ພິເສດສຳຫຼັບນັດຕີ້ ທ່ານຈະມີໜ້າທີ່ປະຈຳຢືນຢູ່ຂ້າງຂ້າພະເຈົ້າພ້ອມດ້ວຍຄວາມອ່ອນໂຍນ ແລະ ຮອຍຍິ້ມການປອບປະໂລມ ແລະ ໃຫ້ກຳລັງໃຈ ອີກຄັ້ງໜຶ່ງຂໍຂອບໃຈນຳທີມງານຫ້ອງຜ່າຕັດຫົວໃຈ ແລະ ຄວາມເມດຕາອ່ອນໂຍນຂອງທ່ານທີ່ຂ້າພະເຈົ້າສຳພັດໄດ້ ແລະ ປະທັບໃຈທີ່ສຸດ ສຸດທ້າຍນີ້ຂໍສະແດງຄວາມຂອບໃຈຢ່າງໃຫຍ່ຫຼວງແດ່ທຸກທ່ານທີ່ໄດ້ເອົາໃຈໃສ່ເບິ່ງແຍງບໍລິການທີ່ດີທີ່ຂ້າພະເຈົ້າບໍ່ມີວັນລືມ Nataly lobry

 
Image