ໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ

ຂໍ້ມູນ & ຂ່າວສານ

ໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ ໄດ້ຮັບການຮັບຮອງມາດຕະຖານຄຸນນະພາບລະດັບສາກົນ JCI - Joint Commission International ແຫ່ງທຳອິດໃນ ສປປ ລາວ.

Image
ໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ ນຳໂດຍ ທ່ານ ຜູ້ຊ່ວຍສາດສະດາຈານ ດຣ. ແພດຍິງ ສົມພອນ ຫານພານິດ ຮອງປະທານເຈົ້າໜ້າທີ່ບໍລິຫານ ແລະ ປະທານກຳມະການ ບໍລິສັດ ບາງກອກເຊນ ຮອດປິໂທ ຈຳກັດ(ມະຫາຊົນ), ດຣ. ສຸລະພັນ ທະວີວິກະຍະການ ກຳມະການບໍລິຫານ ບໍລິສັດ ບາງກອກເຊນ ຮອດປິໂທ ຈຳກັດ(ມະຫາຊົນ), ດຣ. ວັດທະນາ ພາຣີສີ ຜູ້ອຳນວຍການໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ, ດຣ. ກະລິນ ພະນົມມາດ ຜູ້ອຳນວຍການຝ່າຍການແພດ ພ້ອມດ້ວຍທີມແພດ ພະຍາບານ ແລະ ຄະນະຜູ້ບໍລິຫານ ຮ່ວມໃຫ້ການຕ້ອນຮັບຄະນະຜູ້ກວດປະເມີນຈາກ Joint Commission International (JCI) ອົງການຮັບຮອງມາດຕະຖານໂຮງໝໍລະດັບສາກົນຈາກປະເທດສະຫະລັດອາເມລິກາ ລະຫວ່າງວັນທີ 15-18 ກັນຍາ 2025 ທີ່ຜ່ານມາ
ການກວດປະເມີນໃນຄັ້ງນີ້ໄດ້ດຳເນີນການຕາມມາດຕະຖານ JCI Accreditation Standards for Hospitals: Edition 8 ທີ່ຄອບຄຸມທັງລະບົບບໍລິຫານຈັດການອົງກອນ ການບໍລິການທາງການແພດທີ່ເນັ້ນຄົນເຈັບເປັນສູນກາງ ມາດຕະການດ້ານຄວາມປອດໄພ ແລະ ຄຸນນະພາບວິຊາຊີບ ຕະຫຼອດຈົນຄວາມປອດໄພຂອງອາຄານ ແລະ ການໃສ່ໃຈຕໍ່ສິ່ງແວດລ້ອມ.
ເມື່ອສິ້ນສຸດຂະບວນການກວດປະເມີນ ໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ ໄດ້ຮັບການຮັບຮອງ ມາດຕະຖານຄຸນນະພາບ ແລະ ຄວາມປອດໄພຈາກ JCI ຢ່າງເປັນທາງການໃນວັນທີ 19 ກັນຍາ 2025 ນັບເປັນໂຮງໝໍແຫ່ງທຳອິດໃນ ສປປ ລາວ ທີ່ຜ່ານເກນການຮັບຮອງອັນຊົງກຽດໃນລະດັບສາກົນ
ການໄດ້ຮັບການຮັບຮອງຄັ້ງນີ້ສະທ້ອນເຖິງຄວາມມຸ່ງໝັ້ນຂອງໂຮງໝໍໃນການພັດທະນາມາດຕະຖານການເບິ່ງແຍງຮັກສາຢ່າງຕໍ່ເນື່ອງເພື່ອສ້າງຄວາມເຊື່ອໝັ້ນໃຫ້ຄົນເຈັບ ຄອບຄົວ ແລະ ຊຸມຊົນ ທັງໃນປະເທດລາວ ແລະ ນານາຊາດ ຖືເປັນກ້າວສຳຄັນຂອງລະບົບສາທາລະນະສຸກລາວ ທີ່ສະແດງໃຫ້ເຫັນເຖິງສັກກະຍະພາບ ແລະ ມາດຕະຖານການຮັກສາໃນລະດັບສາກົນ.
Image
Image
Image
Image
Image
Image
Image
Image
Image