ໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ

ຂໍ້ມູນ & ຂ່າວສານ

ເກັບພາບບັນຍາກາດສຸດປະທັບໃຈ ຈາກງານ “Mother Class ຄັ້ງທີ 5 ປະຈຳປີ 2025” 
ເມື່ອວັນເສົາທີ 25 ຕຸລາ 2025 ທີ່ຜ່ານມາ ໂຮງໝໍໄດ້ຈັດກິດຈະກຳດີໆ ສຳຫຼັບພໍ່ແມ່ມືໃໝ່  ໃນບັນຍາກາດທີ່ອົບອຸ່ນ ເປັນກັນເອງ ແລະ ປ່ຽມດ້ວຍສາລະໜ້າຮູ້ ງານນີ້ໄດ້ຮັບກຽດຈາກ
ທ່ານ ດຣ. ກະລິນ ພະນົມມາດ ຜູ້ອຳນວຍການຝ່າຍການແພດ ຂຶ້ນກ່າວເປີດງານພ້ອມດ້ວຍ ທ່ານ ດຣ. ພາວິນີ ການຈະນະຖະຫວັນ ແພດຜູ້ຊ່ຽວຊານດ້ານປະສູດ ແລະ ພະຍາດຍິງ ທີ່ມາຮ່ວມແບ່ງປັນຄວາມຮູ້ດີໆໃນຫົວຂໍ້ “ກຽມຄວາມພ້ອມກ່ອນເກີດ” ພາຍໃນງານຍັງມີກິດຈະກຳທີ່ໄດ້ຮັບຄວາມສົນໃຈຈາກຜູ້ເຂົ້າຮ່ວມ ເຕັກນິກການລ້ຽງລູກເບື້ອງຕົ້ນ ແລະ ການອາບນ້ຳເດັກເກີດໃໝ່ ໂດຍທີມພະຍາບານຜູ້ຊ່ຽວຊານ
Workshop ຝຶກອາບນ້ຳເດັກກັບຫຸ່ນຈຳລອງສະເໝືອນຈິງ 
• Exclusive Tour ເຂົ້າເບິ່ງສະຖານທີ່ຫ້ອງພັກພາຍໃນໂຮງໝໍ
ຂໍຂອບໃຈທຸກທ່ານທີ່ຮ່ວມເປັນສ່ວນໜຶ່ງໃນວັນພິເສດນີ້ ເຮົາຫວັງຢ່າງຍິ່ງວ່າຄວາມຮູ້ ແລະ ປະສົບການຈາກງານ Mother Class ຈະຊ່ວຍໃຫ້ພໍ່ແມ່ທຸກທ່ານໝັ້ນໃຈ ແລະ ພ້ອມຕ້ອນຮັບສະມາຊິກໃໝ່ຢ່າງອົບອຸ່ນ ແລະ ເຕັມປ່ຽມດ້ວຍຄວາມຮັກ
Image
Image
Image
Image
Image
Image
Image
Image
Image
Image
Image