ໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ

ຂໍ້ມູນ & ຂ່າວສານ

ຂ່າວປະຊາສຳພັນ
ໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ ຈັດງານສະຫຼອງຄວາມສຳເລັດການຜ່ານການຮັບຮອງມາດຕະຖານສາກົນ JCI
ວັນທີ 12 ພະຈິກ 2025
Image
ທ່ານ ສາດສະດາຈານ ປອ ດຣ. ສະເຫຼີມ ຫານພານິດ ປະທານເຈົ້າໜ້າທີ່ບໍລິຫານ ບໍລິສັດ ບາງກອກເຊນ ຮອດປິໂທຣ ຈຳກັດ(ມະຫາຊົນ), ທ່ານ ຜູ້ຊ່ວຍສາດສະດາຈານ ດຣ. ສົມພອນ ຫານພານິດ ປະທານກຳມະການ ແລະ ຮອງປະທານເຈົ້າໜ້າທີ່ບໍລິຫານ ບໍລິສັດ ບາງກອກ ເຊນ ຮອດປີໂທລ ຈຳກັດ(ມະຫາຊົນ), ດຣ. ວັດທະນາ ພາຣີສີ ຜູ້ອຳນວຍການໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ, ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ສປປ ລາວ, ທ່ານ ນາງ ຈິລັດສະຍາ ພີຣານົນ ອຸປະທູດ ສະຖານເອກອັກຄະລັດຖະທູດໄທ ປະຈຳ ສປປ ລາວ, ທ່ານ ນາງ ວາລີ ເວດສະພົງ ສະມາຊິກສະພາຜູ້ແທນເຂດ 1 ນະຄອນຫຼວງວຽງຈັນ (ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງປະເທດລາວ, ປະທານສະມາຄົມຢາ ແລະ ເຄື່ອງມືແພດແຫ່ງ ສປປ ລາວ)
ໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ ໄດ້ຈັດພິທີສະຫຼອງຄັ້ງຍິ່ງໃຫຍ່ ເນື່ອງໃນໂອກາດທີ່ໂຮງໝໍ ໄດ້ຮັບການຮັບຮອງມາດຕະຖານຄຸນນະພາບສະຖານພະຍາບານລະດັບສາກົນ Joint Commission International (JCI) ຢ່າງເປັນທາງການເມື່ອວັນທີ 12 ພະຈິກ 2025 ທີ່ ຫ້ອງປະຊຸມໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ ນະຄອນຫຼວງວຽງຈັນ ສປປ ລາວ
ພິທີສະເຫຼີມສະຫຼອງໄດ້ຮັບກຽດຈາກ ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ສປປ ລາວ ເປັນປະທານໃນພິທີ ພ້ອມດ້ວຍສາດສະດາຈານກຽດຕິຄຸນ ດຣ. ສະເຫຼີມ ຫານພານິດ ປະທານເຈົ້າໜ້າທີ່ບໍລິຫານ ບໍລິສັດ ບາງກອກເຊນ ຮອດປິໂທຣ ຈຳກັດ(ມະຫາຊົນ), ທ່ານ ຜູ້ຊ່ວຍສາດສະດາຈານ ດຣ. ສົມພອນ ຫານພານິດ ປະທານກຳມະການ ແລະ ຮອງປະທານເຈົ້າໜ້າທີ່ບໍລິຫານ ບໍລິສັດ ບາງກອກ ເຊນ ຮອດປີໂທລ ຈຳກັດ(ມະຫາຊົນ) ຜູ້ແທນຈາກສະຖານທູດນາໆປະເທດ, ອົງກອນລະຫວ່າງປະເທດ, ຜູ້ບໍລິຫານທັງພາກລັດ-ເອກະຊົນຂອງລາວ ແລະ ໄທ ກຸ່ມລູກຄ້າລະດັບພິເສດ (VIP), ບໍລິສັດປະກັນໄພ, ລູກຄ້າອົງກອນ ແລະ ແຂກຜູ້ມີກຽດຮ່ວມສະແດງຄວາມຍິນດີຢ່າງຍິ່ງ
ພາຍໃນງານເລີ່ມດ້ວຍການກ່າວສະແດງຄວາມຍິນດີໂດຍ
ທ່ານ ສາດສະດາຈານ ປອ ດຣ. ສະເຫຼີມ ຫານພານິດ ປະທານເຈົ້າໜ້າທີ່ບໍລິຫານ ບໍລິສັດ ບາງກອກເຊນ ຮອດປິໂທຣ ຈຳກັດ(ມະຫາຊົນ) ກ່າວຊື່ນຊົມຄວາມມຸ່ງໝັ້ນ ແລະ ຄວາມທຸ້ມເທຂອງທີມຜູ້ບໍລິຫານ ແລະ ບຸກຄະລາກອນທຸກຝ່າຍຂອງໂຮງໝໍ ທີ່ຮ່ວມກັນພັດທະນາຄຸນນະພາບບໍລິການຈົນສາມາດຜ່ານການຮັບຮອງມາດຕະຖານ JCI ເຊິ່ງຖືເປັນຈຸດໝາຍສຳຄັນຂອງອົງກອນດ້ານສຸຂະພາບໃນລະດັບສາກົນ ພ້ອມທັງກ່າວທິດທາງການເຕີບໃຫຍ່ຂອງເຄື່ອຂ່າຍໂຮງໝໍກະເສມຣາດ ໃນປະເທດໄທທີ່ມີຫຼາຍກວ່າ 15 ແຫ່ງ ແລະ ກຳລັງກຽມຂະຫຍາຍເພີ່ມເຕີມອີກ 5 ແຫ່ງໃນອານາຄົດອັນໃກ້ນີ້ໄດ້ແກ່:
1.ໂຮງໝໍກະເສມຣາດ ລະຍອງ - 270 ຕຽງ
2.ໂຮງໝໍກະເສມຣາດ ສຸວັນນະພູມ - 270 ຕຽງ
3.ໂຮງໝໍເວີເມັດດິຄໍເຊັນເຕີ້ ພັດທະຍາ - 200 ຕຽງ
4.ໂຮງໝໍກະເສມຣາດ ອະຍຸດທະຍາ - 150 ຕຽງ
5.ໂຮງໝໍກະເສມຣາດ ຊຽງແສນ ຈັງຫວັດຊຽງຣາຍ - 30 ຕຽງ
ເຊິ່ງການຂະຫຍາຍເຄື່ອຂ່າຍໃນຄັ້ງນີ້ສະທ້ອນເຖິງຄວາມມຸ່ງໝັ້ນຂອງ BCH ໃນການຍົກລະດັບມາດຕະຖານບໍລິການທາງການແພດໃຫ້ຄອບຄຸມທັ່ວປະເທດ ແລະ ຮອງຮັບຄວາມຕ້ອງການດ້ານສຸຂະພາບທີ່ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງທັງໃນປະເທດໄທ ແລະ ພູມິພາກອາຊຽນ.
ຕໍ່ດ້ວຍການກ່າວສະແດງຄວາມຍິນດີຈາກ ທ່ານ ດຣ. ໄພວັນ ແກ້ວປະເສີດ
ຜູ້ແທນກະຊວງສາທາລະນະສຸກ ສປປ ລາວ ເຊິ່ງໄດ້ຢ້ຳເຖິງຄວາມສຳຄັນຂອງການຍົກລະດັບຄຸນນະພາບບໍລິການທາງການແພດໃຫ້ທຽບເທົ່າມາດຕະຖານນານາຊາດ ພ້ອມຍ້ອງຍໍວ່າ: ໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ ເປັນໜຶ່ງໃນສະຖາບັນທາງການແພດທີ່ມີບົດບາດສຳຄັນໃນການເສີມສ້າງສັກກະຍະພາບລະບົບສາທາລະນະສຸກຂອງລາວໃຫ້ກ້າວໜ້າຢ່າງຕໍ່ເນື່ອງ. ຊ່ວງສຳຄັນຂອງງານຄື: ພິທີມອບສັນຍາລັກ “The Gold Seal of Approval®” ເຊິ່ງເປັນສັນຍາລັກອັນຊົງກຽດທີ່ຮັບຮອງຄຸນນະພາບ ຄວາມປອດໄພຂອງຄົນເຈັບ ແລະ ມາດຕະຖານໃຫ້ຫານບໍລິການຂອງໂຮງໝໍ ຕາມເກນຂອງ JCI (ສະບັບທີ ?
ດຣ. ວັດທະນາ ພາຣີສີ ຜູ້ອຳນວຍການໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ ກ່າວເພີ່ມເຕີມວ່າ:
ການໄດ້ຮັບການຮັບຮອງມາດຕະຖານ JCI ບໍ່ແມ່ນພຽງແຕ່ຄວາມສຳເລັດຂອງທີມໂຮງໝໍເທົ່ານັ້ນ ແຕ່ຍັງເປັນເຄື່ອງຢືນຢັນວ່າໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ ມຸ່ງໝັ້ນໃຫ້ບໍລິການທາງການແພດທີ່ປອດໄພ ມີຄຸນນະພາບ ແລະ ຍຶດເອົາຄົນເຈັບເປັນສູນການມາດຕະຖານສາກົນ ພວກເຮົາຈະເດີນໜ້າພັດທະນາຄຸນນະພາບຢ່າງຕໍ່ເນື່ອງ ເພື່ອຍົກລະດັບລະບົບສາທາລະນະສຸກຂອງ ສປປ ລາວ ໃຫ້ເຕີບໃຫຍ່ຢ່າງໝັ້ນຄົງ ”ພ້ອມປະກາດວ່າໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ ເປັນໂຮງໝໍແຫ່ງທຳອິດໃນສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ທີ່ໄດ້ຮັບການຮັບຮອງມາດຕະຖານລະດັບສາກົນຈາກ Joint Commission International (JCI)”
ພາຍໃນງານຍັງມີການຖ່າຍຮູບກັບທີມຜູ້ບໍລິຫານ ແລະ ບຸກຄະລາກອນທຸກສາຂາວິຊາຊີບ ການມອບໃບປະກາດກຽດຕິຄຸນໃຫ້ແກ່ພະແນກທີ່ມີຜົນງານທີ່ໂດດເດັ່ນຕະຫຼອດການກຽມຄວາມພ້ອມ JCI ແລະ ກິດຈະກຳສະຫຼອງອື່ນໆ ເພື່ອຂອບໃຈບຸກຄະລາກອນທຸກຝ່າຍທີ່ຮ່ວມແຮງຮ່ວມໃຈຈົນປະສົບຜົນສຳເລັດ
ຜົນສຳເລັດໃນຄັ້ງນີ້ນັບເປັນອີກກ້າວສຳຄັນຂອງໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ ໃນຖານະໂຮງໝໍເອກະຊົນຊັ້ນນຳໃນ ສປປ ລາວ ທີ່ພ້ອມມອບການຮັກສາພະຍາບານມາດຕະຖານລະດັບສາກົນໃຫ້ແກ່ປະຊາຊົນຊາວລາວ ຊາວຕ່າງຊາດ ແລະ ຊຸມຊົນອາຊຽນຢ່າງເຕັມປະສິດທິພາບ
ດຣ. ວັດທະນາ ພາຣີສີ ຜູ້ອຳນວຍການໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ
ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ ພະແນກການຕະຫຼາດ ແລະ ປະຊາສຳພັນ ໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ
ໂທ +856 21 833 333 , e-mail: This email address is being protected from spambots. You need JavaScript enabled to view it.
Image
Image
Image
Image
Image
Image
Image
Image