ໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ

ຂໍ້ມູນ & ຂ່າວສານ

 
ໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ ໄດ້ຈັດງານ 2nd Academic Meeting 2025 ຂຶ້ນຢ່າງເປັນທາງການ ເພື່ອເປັນເວທີສຳຄັນໃນການພັດທະນາອົງຄວາມຮູ້ທາງການແພດ ແລກປ່ຽນປະສົບການ ແລະ ຍົກລະດັບຄຸນນະພາບການເບິ່ງແຍງສຸຂະພາບໃນລະດັບສາກົນ
Image
ໃນໂອກາດນີ້ໂຮງໝໍໄດ້ຮັບກຽດຢ່າງສູງຈາກ ທ່ານ ດຣ. ໄພວັນ ແກ້ວປະເສີດ, ຮອງລັດຖະມົນຕີກະສາທາລະນະສຸກ ເປັນປະທານຮ່ວມໃນການເປີດງານ ສ້າງຄວາມພາກພູມໃຈ ແລະ ເປັນກຽດແກ່ໂຮງໝໍເປັນຢ່າງຍິ່ງ.
ພາຍໃນງານມີການບັນຍາຍວິຊາການຈາກແພດຜູ້ຊ່ຽວຊານໃນຫຼາຍສາຂາຄອບຄຸມຫົວຂໍ້ສຳຄັນດ້ານການຮັກສາເຕັກໂນໂລຊີທາງການແພດສະໄໝໃໝ່ ແລະ ແນວທາງປະຕິບັດລ່າສຸດ ເພື່ອໃຫ້ບຸກຄະລາກອນສາມາດນຳໄປພັດທະນາຄຸນນະພາບການເບິ່ງແຍງຮັກສາຄົນເຈັບໄດ້ຢ່າງມີປະສິດທິພາບ
ນອກຈາກນີ້ຍັງມີການນຳສະເໜີຜົນງານວິຊາການຈາກທີມແພດ ພະຍາບານ ແລະ ສະຫະສາຂາວິຊາຊີບ ພ້ອມການອະພິປາຍ ແລະ ແລກປ່ຽນຄວາມຄິດເຫັນທີ່ຊ່ວຍຈຸດປະກາຍມຸມມອງໃໝ່ໆ ເຮັດໃຫ້ບັນຍາກາດຂອງງານ 2nd Academic Meeting 2025 ເຕັມໄປດ້ວຍສາລະ ຄວາມຮູ້ ແລະ ແຮງບັນດານໃຈ
ທາງໂຮງໝໍຂໍຂອບໃຈຜູ້ເຂົ້າຮ່ວມທຸກທ່ານທີ່ໃຫ້ຄວາມສຳຄັນກັບການພັດທະນາວິຊາການທາງການແພດ ແລະ ຫວັງເປັນຢ່າງຍິ່ງວ່າງານໃນປີນີ້ຈະເປັນອີກໜຶ່ງກ້າວສຳຄັນທີ່ຊ່ວຍເສີມສ້າງມາດຕະຖານການບໍລິການ ແລະ ການເບິ່ງແຍງຄົນເຈັບໃຫ້ດີຍິ່ງຂຶ້ນໆໄປ
Image
Image
Image
Image
Image
Image
Image
Image
Image
Image
Image
Image
Image
Image
Image
Image
Image
Image
Image
Image
Image
Image
Image
Image
Image
Image
Image