ໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ
ຂໍ້ມູນ & ຂ່າວສານ
ພາບບັນຍາກາດກິດຈະກຳສຳມະນາວິຊາການ ສຸດພິເສດ ຫົວຂໍ້ “ການຈັດການມະເຮັງເຕົ້ານົມຍຸກໃໝ່ຕັ້ງແຕ່ການກວດຄັດກອງຈົນເຖິງການຮັກສາ” ໂດຍ ຮອງສາດສະດາຈານ ດຣ. ປະກາສິດ ຈິລັບປະພາ (Assoc. Prof. Prakasit Chirappapha) ຄະນະແພດສາດ ໂຮງໝໍລາມາທິບໍດີ ມະຫາວິທະຍາໄລມະຫິດົນຖ່າຍທອດອົງຄວາມຮູ້ ອັບເດດເຕັກໂນໂລຊີ ແລະ ແນວທາງການເບິ່ງແຍງຮັກສາມະເຮັງເຕົ້ານົມ ໃນປະຈຸບັນຢ່າງຄົບວົງຈອນ ຕັ້ງແຕ່ການກວດຄັດກອງ ການວິເຄາະ ໄປຈົນເຖິງການວາງແຜນການຮັກສາທີ່ເໝາະສົມສຳຫຼັບຄົນເຈັບທຸກທ່ານ ລວມໄປເຖິງ ດຣ. ພົມມະດີ ເວດສະພົງ ຮ່ວມຖ່າຍທອດປະສົບການໂດຍກົງຈາກການຄົ້ນພົບມະເຮັງເຕົ້ານົມ ແລະ ເຂົ້າຮັບການຮັກສາຈົນເຖິງປະຈຸບັນກັບມາເປັນປົກກະຕິ
ບັນຍາກາດເຕັມໄປດ້ວຍຄວາມສົນໃຈຈາກຜູ້ເຂົ້າຮ່ວມງານ ລວມເຖິງການສາທິດການກວດເຕົ້ານົມດ້ວຍຕົນເອງຈາກທີມພະຍາບານພະແນກກວດຄົນເຈັບເຂດນອກດ້ານມະເຮັງ 2 (OCC2) ຄະນະແພດສາດ ໂຮງໝໍລາມາທິບໍດີ ມະຫາວິທະຍາໄລ ມະຫິດົນ ເພາະ”ການກວດພົບຕັ້ງແຕ່ໄລຍະເລີ່ມຕົ້ນ” ຄືກຸນແຈສຳຄັນທີ່ຊ່ວຍເພີ່ມໂອກາດໃນການຮັກສາໃຫ້ຫາຍຂາດໄດ້
ຮ່ວມເບິ່ງແຍງສຸຂະພາບຂອງທ່ານ ແລະ ຄົນທີ່ທ່ານຮັກດ້ວຍການໃສ່ໃຈ ແລະ ກວດຄັດກອງຢ່າງສະໝ່ຳສະເໝີ
















