ໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ
ຂໍ້ມູນ & ຂ່າວສານ
ບາດກ້າວສຳຄັນຂອງການຍົກລະດັບການເບິ່ງແຍງມະເຮັງເຕົ້ານົມໃນ ສປປ ລາວ
ໂຮງໝໍກະເສມຣາດ ອິນເຕີຣ໌ເນຊັ່ນແນລ ວຽງຈັນ ຈັດການປະຊຸມວິຊາການ “Modern Breast Cancer Management: From Early Detection to Targeted Therapy”
“ການຈັດການມະເຮັງເຕົ້ານົມຍຸກໃໝ່ ຕັ້ງແຕ່ການກວດຄັດກອງໄປເຖິງການຮັກສາ”
ການຈັດຕັ້ງ Breast Cancer Center ເກີດຂຶ້ນຈາກຄວາມຮ່ວມມືທາງວິຊາການທີ່ສຳຄັນ ໂດຍໄດ້ຮັບການສະໜັບສະໜູນຈາກ ທ່ານ ສາດສະດາຈານ ປອ ດຣ. ສະເຫຼີມ ຫານພານິດ ແລະ ຮອງສາດສະດາຈານ ດຣ. ປະກາສິດ ຈິລັບປະພາ ເຊິ່ງໄດ້ຮ່ວມມືກັນຊຸກຢູ້ການພັດທະນາສູນສະເພາະທາງເພື່ອຍົກລະດັບການເບິ່ງແຍງຮັກສາຄົນເຈັບມະເຮັງເຕົ້ານົມໃຫ້ມີຄວາມຄົບວົງຈອນ ທັນສະໄໝ ແລະ ໄດ້ມາດຕະຖານສາກົນ
ເວທີວິຊາການຄັ້ງນີ້ເປັນການແລກປ່ຽນອົງຄວາມຮູ້ດ້ານການກວດວິເຄາະ ການຮັກສາ ແລະ ການເບິ່ງແຍງຜູ້ປ່ວຍແບບສາຂາວິຊາຊີບລະຫວ່າງແພດຜູ້ຊ່ຽວຊານຈາກປະເທດໄທ ແລະ ບຸກຄະລາກອນທາງການແພດໃນ ສປປ ລາວ ເພື່ອຮ່ວມກັນພັດທະນາມາດຕະຖານໃນການຮັກສາຢ່າງຍືນຍົງ
ຂໍຂອບໃຈມາຍັງທ່ານວິທະຍາກອນ ແລະ ຜູ້ເຂົ້າຮ່ວມທຸກທ່ານ ທີ່ເປັນສ່ວນໜຶ່ງຂອງກ້າວທີ່ສຳຄັນໃນຄັ້ງນີ້

















