ໂຮງໝໍກະເສມຣາດ ອິນເຕີຣ໌ເນຊັ່ນແນລ ວຽງຈັນ
ຂໍ້ມູນ & ຂ່າວສານ
ໃນຕອນບ່າຍ ວັນທີ 07 ເມສາ 2026 ທີ່ ໂຮງໝໍກະເສມຣາດ ອິນເຕີຣ໌ເນຊັ່ນແນລ ວຽງຈັນ ໄດ້ຈັດພິທີເຊັນສັນຍາລົງນາມຮ່ວມມືເປັນເຄືອຂ່າຍໂຮງຫມໍ ລະຫວ່າງ ໂຮງໝໍກະເສມຣາດ ອິນເຕີຣ໌ເນຊັ່ນແນລ ວຽງຈັນ ແລະ ບໍລິສັດ ອີນໂດຈີນປະກັນໄພ ຈໍາກັດ.
ໂດຍການເຂົ້າຮ່ວມເປັນປະທານ ໂດຍ ທ່ານ ດຣ. ວັດທະນາ ພາຣີສີ ຜູ້ອຳນວຍການ ໂຮງໝໍກະເສມຣາດ ອິນເຕີຣ໌ເນຊັ່ນແນລ ວຽງຈັນ ແລະ ທ່ານ ຊະວິນໂຣດ ກິດເຣືອງໂຊດ ຜູ້ອໍານວຍການໃຫຍ່ ບໍລິສັດ ອີນໂດຈີນປະກັນໄພ ຈໍາກັດ.
ເພື່ອຮ່ວມເຊັນສັນຍາບັນທຶກຂໍ້ຕົກລົງຮ່ວມມືທາງດ້ານເຄືອຂ່າຍໂຮງໝໍ ເພື່ອໃຊ້ໃນການບໍລິການ ການປິ່ນປົວຮັກສາທາງການແພດໃຫ້ກັບລູກຄ້າຂອງ ບໍລິສັດ ອີນໂດຈີນປະກັນໄພ ຈໍາກັດ ລູກຄ້າ (ຄົນເຈັບ) ສາມາດໃຊ້ບໍລິການນອນປິ່ນປົວໂດຍບໍ່ຕ້ອງສຳຮອງຄ່າໃຊ້ຈ່າຍ.
ເຊິ່ງປະຈຸບັນລູກຄ້າຂອງ ບໍລິສັດ ອີນໂດຈີນປະກັນໄພ ຈໍາກັດ ສາມາດໃຊ້ສິດປິ່ນປົວຮັກສາໃນຖານະຜູ້ປ່ວຍນອກ (OPD) ແລະ ຜູ້ປ່ວຍໃນ (IPD) ຂອງໂຮງໝໍຊັ້ນນຳໃນ ສ ປ ປ ລາວ 26 ບ່ອນ ແລະ ໂຮງຫມໍໃນປະເທດໄທ 648 ບ່ອນ.
ກິດຈະກຳດັ່ງກ່າວເປັນພຽງສ່ວນໜຶ່ງຂອງການພັດທະນາ ແລະ ຍົກລະດັບສະຫວັດດີການທາງສຸຂະພາບໃຫ້ກັບປະຊາຊົນໃນ ສ ປ ປ ລາວ ເພື່ອຮອງຮັບຄວາມຕ້ອງການດ້ານການປິ່ນປົວຮັກສາທີ່ມີຫຼາຍຂຶ້ນໃນປະຈຸບັນ ເຊິ່ງ ບໍລິສັດ ອີນໂດຈີນປະກັນໄພ ຈໍາກັດ ຢູ່ໃນລະຫວ່າງການສຶກສາຜະລິດຕະພັນໃໝ່ໆທາງດ້ານສຸຂະພາບທີ່ໃຫ້ຄວາມຄຸ້ມຄອງສູງຂຶ້ນຈາກປະຈຸບັນ.



