ໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ
ຂໍ້ມູນ & ຂ່າວສານ
ໃນວັນທີ 9 ເມສາ 2026 ຊ່ວງບ່າຍ ທີ່ ໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ ໄດ້ຈັດພິທີຖະແຫຼງຂ່າວ ຮ່ວມມືມອບວັກຊີນໄຂ້ຫວັດໃຫຍ່ ຈຳນວນ 1,000 ໂດສ ນຳໂດຍ ດຣ. ວັດທະນາ ພາຣີສີ ຜູ້ອຳນວຍການໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ ແລະ ທ່ານ ໄຊຊະນະ ພູນສະຫວັນ ຮັກສາການ ຜູ້ອຳນວຍການໃຫຍ່ ເອັສທີ-ເມືອງໄທ ປະກັນໄພ
ທາງໂຮງໝໍມີຄວາມຮູ້ສຶກຍິນດີເປັນຍ່າງຍິ່ງທີ່ບໍລິສັດປະກັນໄພໄດ້ເລັງເຫັນຄວາມສຳຄັນຂອງການເບິ່ງແຍງສຸຂະພາບຂອງພີ່ນ້ອງປະຊາຊົນລາວ ພ້ອມທັງໃຫ້ການສະໜັບສະໜູນຢ່າງຕໍ່ເນື່ອງ
ຄວາມຮ່ວມມືໃນຄັ້ງນີ້ ບໍ່ພຽງແຕ່ສະທ້ອນເຖິງຄວາມໃສ່ໃຈໃນສັງຄົມ ແຕ່ຍັງເປັນພະລັງສຳຄັນໃນການຍົກລະດັບການເຂົ້າເຖິງບໍລິການທາງການແພດຢ່າງມີຄຸນນະພາບ
ຂໍຂອບໃຈບໍລິສັດປະກັນໄພທີ່ຮ່ວມເປັນສ່ວນໜຶ່ງໃນການສ້າງສັງຄົມທີ່ແຂງແຮງ ແລະ ໝັ້ນຄົງ










