KIH VIENTIANE
ແພັກເກັດ & ໂປໂມຊັ່ນ
ທາລາບຳບັດ (Hydrotherapy) ການສົ່ງເສີມພັດທະນາການເດັກດ້ວຍພະລັງນ້ຳ
ທາລາບຳບັດເປັນກິດຈະກຳທາງກາຍຍະພາບທີ່ໜ້າສົນໃຈສຳຫຼັບເດັກນ້ອຍ ໂດຍມຸ້ງໃສ່ການພັດທະນາທາງດ້ານຮ່າງກາຍ ແລະ ຈິດໃຈດ້ວຍການໃຊ້ນ້ຳເປັນສື່ກາງ ກິດຈະກຳທາງນ້ຳຊ່ວຍສົ່ງເສີມການປະສານງານລະຫວ່າງຮ່າງກາຍ ແລະ ສະໝອງ ລວມທັງເສີມສ້າງຄວາມແຂງແຮງຂອງກ້າມເນື້ອ ແລະ ການຊົງຕົວ.
ໃນຂະບວນການທາລາບຳບັດເດັກນ້ອຍຈະໄດ້ເຮັດກິດຈະກຳຕ່າງໆໃນນ້ຳເຊັ່ນ: ການລອຍຕົວ, ການໂດດ ແລະ ການເລ່ນເກມທີ່ພັດທະນາທັກສະການເຄື່ອນໄຫວ ກິດຈະກຳເຫຼົ່ານີ້ຊ່ວຍກະຕຸ້ນພັດທະນາການທາງດ້ານຮ່າງກາຍ, ສັງຄົມ, ອາລົມ ແລະ ສະຕິປັນຍາ

